ທ່ານ​ກິມ​ເຈິ​ງອິນ,​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ​ເກົາຫຼີຕ້ອນຮັບ​ທ່ານຫຼີ​ເຄີ້ຊຽງ

(GMT+08:00) 2011-10-25 13:01:54     cri
ວັນ​ທີ24ຕຸລາ​ນີ້, ທ່ານ​ກິມ​ເຈິ​ງອິນ,​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ​ເກົາຫຼີ ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຂ່ຳນັບ​ຂອງທ່ານຫຼີ​ເຄີ້ຊຽງ,ກຳມະການ​ປະຈຳ​ກົມການ​ເມືອງສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ທີ່ພວມ​ຢ້ຽມ ຢາມ​ຢູ່​ສ.​ປ.ປ​ເກົາຫຼີ.
​ໃນ​ເວລາ​ພົບ​ປະ,ທ່ານ​ຫຼີ​ເຄິ້ງຊຽງ​ກ່າວ​ວ່າ,ນັບ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ທ່ານ​ເລຂາທິການ​ໃຫຍ່ຫູ​ຈິນທາວກັບ​ທ່ານ​ເລ​ຂາ​ທິການ​ໃຫຍ່​ກິມ​ເຈິ​ງອິນ​ໄດ້ ​ມີ​ຄວາມ​ເຫັນ​​ເປັນ​ເອກະສັນ​ກັນ​ໃນ​ດ້ານ​ຕ່າງໆ​ກ່ຽວ​ກັບ​ການ​ລົງ​ເລິກ​ແລະ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ,​ເພື່ອ​ເປັນ​ທິດ​ຊີ້​ນຳໃນ​ການຂະຫຍາຍ​ການ​ພົວພັນຂອງສອງ​ປະ​ເທດ,ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບສ.ປ.ປ​ເກົາຫຼີ,ຈັດ​ຕັ້ງ​ປະຕິບັດ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ຢ່າງຈິງ​ຈັງ,​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຕ່າງໆ,​ຊຸກຍູ້​ໃຫ້ການ​ພົວພັນ​ລະ ຫວ່າງ​ສອງ​ປະ​ເທດພັດທະນາ​ກ້າວ​ສູ່​ລວງ​ເລິກ.   ທ່ານ​ຫຼີ​ເຄິ້ງຊຽງກ່າວ​ວ່າ,ຈີນ​ຍິນດີ​ສືບ​ຕໍ່​​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກ ສະນະ​ສ້າງສັນ​ເພື່ອ​ປັບປຸງ​ການ​ພົວພັນ​ລະຫວ່າງ​ເຫນືອ​ໃຕ້​ໃຫ້​ດີ​ຂຶ້ນ​ແລະ​ປົກ​ປັກ​ຮັກສາ​ສັນຕິພາ​ບະ​ແລະ​ສະຖຽນ​ລະ​ພາບ​ຂອງ​​ແຫຼມ​ເກົາຫຼີ.

ທ່ານ​ກິມ​ເຈິ​ງອິນ​ກ່າວ​ວ່າ,ສ.ປ.ປ​ເກົາຫຼີ​ຈະຮ່ວມ​ກັນ​ກັບ​ຈີນ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ດ້ວຍ​​ໄມ​ຕີ​ຈິດ​ມິດຕະພາບ​ແລະ​ການຮ່ວມ​ມື​ທີ່​ມີ​ການ​ກະທຳ​ຕົວ​ຈິງ​ຕື່ມ​ອີກ,​​​ເພື່ອ​ເຮັ​ດ​ໃຫ້ການ​ພົວພັນ​ຂອງ​ສອງ​ປະ​ເທດ​ໄດ້​ຮັບ ຜົນສຳ​ເລັດ​ຫຼາຍ​ກວ່າ​ເກົ່າ.

ທ່ນ​ກິນ​ເຈິ​ງອິນ​ກ່າວ​ເນັ້ນ​ວ່າ,ສ.ປ.ປ​ເກົາຫຼີ​ໄດ້​ມີ​ຈຸດ​ຢືນ​ໃນ​ການ​ຈັດ​ການ​ເຈລະຈາ 6ຝ່າຍ​ຄືນ​ໃຫມ່​ໂດຍ​ໄວ,ຝ່າຍ​ຕ່າງໆ​ຄວນ​ອີງ​ຕາມ​ຫຼັກການ​ທີ່​ດຳ​ເນີນ​ງານ​ພ້ອມໆ​ກັນ,ຈັດ​ຕັ້ງ​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ"ວັນ​ທີ19 ​ກັນຍາ​"ຢ່າງຮອບດ້ານ.ສອງຝ່າຍ​ຍັງ​ໄດ້ລົງ​ເລິກ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນກ່ຽວ​ກັບ​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ນຳ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ