ຜູ່​ນຳ​ສປປ​ເກົາຫຼີ​ໄດ້​ຕ້ອນຮັບ​ທ່ານ​ລີ​ເຄີ້ສຽງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ

(GMT+08:00) 2011-10-25 16:54:54     cri
ວັນ​ທີ24​ຕຸລາ​ນີ້,ທ່ານ​ກິ່ມ​ເຈີ່​ງອິນ ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ​ເກົາຫຼີ​ແລະ​ທ່ານ​ທ່ານ​ກິ່ມຢົງ​ນາມ​ກຳ​ມະ​ການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ແຮງ​ງານ​ເກົາ​ຫຼີ,​ປະ​ທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ສູງ​ສຸດ​ແຫ່ງສປປ​ເກົາຫຼີ​ຕ່າງ​ກໍ່ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ​ລີ​ເຄິ້ສຽງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກກອມມູນິດ​ຈີນ​,ຮອງ​ນາຍົກລັດຖະມົນຕີຈີນ​ເນື່ອງ​ໃນ​ໂອ​ກາດ​ທີ່​ທ່ານພວມ​ຢ້ຽມຢາມ​ສປປ​ເກົາຫຼີ.

ໃນ​ເວລາ​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ​ກິ່ມ​ເຈີ່​ງອິນ ທ່ານ​ລີ​ເຄີ້ສຽງ​ກ່າວ​ວ່າ,​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ການ​ພົວພັນ​ລະຫວ່າງ​ຈີນ​ກັບສປປ​ເກົາຫຼີ​ໄດ້​ຮັກ​ສາທ່າ​ອ່ຽງຂະຫຍາຍຕົວ​ເປັນ​ຢ່າງ​ດີ,ຈີນ​ຍິນ​ດີ​ຮ່ວມ​ກັບສປປ​ເກົາຫຼີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຕ່າງໆ,ຊຸກ​ຍູ້​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຕື່ມ​ອີກ,​ເຮັດ​ໃຫ້​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບສປປ​ເກົາຫຼີ​ສືບ​ທອດ​ກັນ​ໄປ​ທຸກ​ເຊັ່ນ​ຄົນ​ແລະ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

 ທ່ານ​ກິ່ມ​ເຈີ່ງອິນ​ກ່າວ​ວ່າ,ພາຍ​ໃຕ້​ສະຖານະ​ການ​ສາກົນປະຈຸ​ບັນ​ທີ່​ປ່ຽນ​ແປງ​ຢ່າງ​ສັບສົນ​ແລະ​ເລິກ​ເຊິ່ງ,ສປປ​ເກົາຫຼີ​ຈະ​ຮ່ວມ​ກັບ​ຈີນ​ເພີ່ມ​ທະວີ​ການ​ໄປມາ​ຫາ​ສູ່​ກັນ​ຢ່າງ​ມີ​​ໄມຕີ​ດຈິດ​ມິດຕະພາບ​ແລະ​ຮ່ວມ​ມື​ກັນ​​ໃນ​ການ​ປະຕິບັດ​ຕົວ​ຈິງຕື່ມ​ອີກ,​​ເຮັ​ດ​ໃຫ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.

ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ກິ່ມຢົງ​ນາມ,ທ່ານ​ລີ​ເຄີ້ສຽງ​ກ່າວ​ວ່າ,ຈີນ​ສະໜັບສະໜູນ​ສປປ​ເກົາຫຼີ​ທຳ​ຄວາມ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​ພາຍ​ນອກ​ໃຫ້​ດີ​ຂຶ້ນ,ສະໜັບສະໜູນ​ການ​ເຈລະຈາ​ລະ​ຫວ່າງ​ສປປ​ເກົາຫຼີ​ກັບ​ອາ​ເມ​ລິ​ກາ,ປັບປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ເກົາ​ຫຼີ​ໃຫ້​ດີ​ຂຶ້ນ,ຈັດການ​ເຈລະຈາ​ຫົກ​ຝ່າຍ​ຄືນ​ໃໝ່,ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ.

ທ່ານ​ກິ່ມຢົງ​ນາມ​ກ່າວ​ວ່າ,ພັກ​ແລະ​ລັດຖະບານ​ສປປ​ເກົາຫຼີ​ເດັດດ່ຽວ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ປັບປຸງ​ແລະ​​ເສີມ​ຂະຫຍາຍ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສປປ​ເກົາຫຼີ​ກັບ​ຈີນ,ຍິນ​ດີ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັບ​ຈີນ​ໃນ​ການ​ຊຸກ​ຍູ້​ໃຫ້ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ເມືອງ,​ເສດຖະກິດ​ແລະ​ວັດທະນະທຳ​ຂະຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ​ຈາກ​ດ້ານ​ຍຸດ​ທະ​ສາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ