ຫລາຍ​ປະ​ເທດ​ໃນ​ອາຊີ​ອາຄະ​ເນ​ໄດ້​ດັດ​ປັບ​ຄາດຫມາຍ​ເສດຖະກິດ​ໃຫ້​ຕ່ຳລົງ​ຍ້ອນ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ

(GMT+08:00) 2011-10-25 11:43:10     cri

ຕາມ​ຂ່າວ cri:​ໄພ​ນ້ຳ​ຖ້ວມທີ່​ຫນັກຫນ່ວງ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ​ທີ່​ເກີດ​ຂຶ້ນ​ໃນ​ເດືອ​ນກໍລະກົດ ປີ​ນີ້​ໄດ້​ເຮັດ​ໃຫ້​ຫລາຍໆ​ປະ​ເທດ​​ໃນອາຊີ​ຕາ​ເວັນ​ອອກສຽງ​ໃຕ້ເຊັ່ນ: ໄທ,ກຳປູ​ຈ​ເຍ,ມຽນ ມາ, ລາວ​ແລະ​ຟິລິບ​ປິນ​ເປັນ​ຕົ້ນ​ປະສົບກັບ​ຄວາມ​ເສຍ​ຫາຍ​ຢ່າງ​ຫນັກຫນ່ວງ​ທາງ​ດ້ານຊັບ​ສິນ​ຂອງ​ລັດ​ແລະ​ປະຊາຊົນ.​ ໄປ​ຄຽງ​ຄູ່​ກັບ​​ໄພນ້ຳ​ຖ້ວມ​ນັບ​ມື້​ນັບ​ຫນັກຫນ່ວງ​ຂຶ້ນ,​ແລະ​ແຜ່​ລາມ​ໄປ​ເປັນ​ບໍລິ​ເວນ​ທີ່​ກວ້າງຂວາງ​ກວ່າ​ເກົ່າ, ມັນ​ບໍ່​ພຽງ​ແຕ່​ແມ່ນ​ໄພ​ທຳ​ມະ​ຊາດ​​ເທົ່າ​ນັ້ນ,ມັນຍັງ​ໄດ້​ສົ່ງ​ຜົນກະທົບ​ເຖິງ​ເສດຖະກິດ​ຂອງຂົງ​ເຂດ​ນີ້​ຢ່າງ​ຮ້າຍ​ແຮງຕື່ມ​ອີກ.

​ໄທ​ແມ່ນ​ໃຈກາງ​ທີ່​ປະສົບ​ໄພ​ເທື່ອ​ນີ້.​ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ຢູ່​ໄທ​ໄດ້​​ແກ່ຍາວ​ມາ​ເປັນ​ເວລາ​ສາມ​ເດືອນ​ກວ່າ,ປັດຈຸບັນ​ໄດ້​ເຮັດ​ໃຫ້ມີ​ຜູ່​ເສຍ​ຊີວິດ​ແລ້ວ 356 ຄົນ. ນອກ​ນີ້, ປະຊາຊົນ​ຢ່າງ​ຫນ້ອຍ 1 ​ແສນ 1 ຫມື່ນ​ຄົນ​ຈຳ​ເປັນ​ຕ້ອງ​​ຍ້າຍ​ໄປ​ຢູ່​ສູນຫລົບ​ໄພ​ຊົ່ວຄາວ 1700 ກວ່າ​ແຫ່ງ​ພາຍ​ໃນ​ປະ​ເທດ, ກະຊວງ​ແຮງ​ງານ​ຂອງ​ໄທ​ຄາດ​ຄະ​ເນ​ວ່າ, ມີ​ແຮງ​ງານ​ປະມານ 6 ​ແສນ 5 ຫມື່ນ​ຄົນ​ຈະ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ​ແລະບໍ່​ມີ​ລາຍ​ໄດ້​ຍ້ອນ​ໄພ​​ເທື່ອ​ນີ້.

​ປັດຈຸບັນ, ຜົນ​ເສຍ​ຫາຍ​ດ້ານ​ເສດຖະກິດ​ຍ້ອນ​ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ຢູ່​ໄທ​ຍັງ​ບໍ່​ສາມາດ​ປະ​ເມີນ​ໄດ້.ທ່ານພອນ​ສິນ ປາຈາຣິນທານະ​ກູນ, ຮອງ​ເລຂາ​ສະມາຄົມ​ການ​ຄ້າ​ໄທ​ກ່າວ​ວ່າ, ​ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ໂດຍ​ກົງ​ຍ້ອນ​ໄພ​ນ້ຳ​ຖ້ວມ​ເທື່ອ​ນີ້​ຄາດ​ວ່າ​ຈະ​ຫລາຍ​ກວ່າ 400 ຕື້​ບາດ.ຖ້າວ່າ​ໄພ​ນ້ຳ​ຖ້ວມ​ຈະ​ແຜ່​ລາມ​ໄປ​ຮອດ​ກາງ​ເມືອງ​ນະຄອນ​ຫລວງບາງກອກ​ແລະ​ສູນ​​ເສດຖະກິດ​ຂອງ​ບາງ​ກອກ​ແລ້ວ, ຄາດ​ວ່າຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ຈະ​ສູງ​ເຖິງ 120 ຕື້​ບາດ​ຕໍ່​ເດືອນ.

​ໄພ​ນ້ຳ​ຖ້ວມ​ຫນັກ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ເນື້ອ​ທີ່​ການ​ຜະລິດ​ຢ່າງ​ຫລວງຫລາຍ.​ເຈົ້າ​ຫນ້າ​ທີ່​ຂອງ​ລັດຖະບານ​ໄທ​ກ່າວ​ວ່າ, ປັດຈຸບັນ, ພາຍ​ໃນ​ປະ​ເທດ​ໄທ​ໄດ້​ມີ​ເນື້ອ​ທີ່ນາ 1 ລ້ານ​ເຮັກຕາ​ຖືກ​ນ້ຳ​ຖ້ວມ​ແລ້ວ, ​ເນື້ອ​ທີ່​ນາ​ທີ່​ປະສົບ​ໄພ​ນັ້ນ​ກວມ 1/10 ຂອງ​​ເນື້ອ​ທີ່​ນາ​ໃນ​ທົ່ວ​ປະ​ເທດ.ກະຊວງ​ການ​ຄ້າ​ຂອງ​ໄທ​ກ່າວ​ວ່າ, ຄາດວ່າ​ເປົ້າ​ຫມາຍ​ທີ່​ຈະ​ຜະລິດ​ເຂົ້າ 24-25 ລ້ານ​ໂຕນ​ໃນ​ຫມົດ​ປີ​ນີ້​ນັ້ນ​ແມ່ນ​ບໍ່​ສາມາດ​ບັນລຸ​ຜົນ​ເປັນ​ຈິງ​ໄດ້​ແລ້ວ.

ທີ່​ຈິງ​ແລ້ວ, ​ເກືອບ​ທົ່ວ​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ເກີດ​ຝົນຕົກ​ຫນັກ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປີ​ນີ້, ນອກຈາກ​ໄທ​ແລ້ວ, ກຳປູ​ເຈຍ, ຟິລິບ​ປິນ, ຫວຽດນາມ​ແລະ​ປະ​ເທດ​ລາວ​ກໍ່​ໄດ້​ເກີດ​ໄພ​ນຳ​ຖ້ວມ​ຫນັກ.​ເຮັດ​ໃຫ້​ເສດຖະກິດ​ທົ່ວ​ເຂດ​ອາຊີ​ຕາ​ເວັນ​ອອກ ສຽງ​ໃຕ້​ຕົກ​ຢູ່​ໃນ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດປະ​ເທດ​ເຫລົ່າ​ນີ້ ຕ່າງ​ກໍ່​ໄດ້​ດັດ​ປັບ​ຄາດຫມາຍ​ການເຕີບ​ໂຕ​ທາງ​ເສດຖະກິດ​ໃນ​ປີ​ນີ້​ແລະ​ປີຫນ້າ​ໃຫ້​ຕ່ຳລົງ.

​ໄພ​ນ້ຳ​ຖ້ວມ​ເທື່ອ​ນີ້​ຍັງ​ອາດ​ຈະ​ພາ​​ໃຫ້ລາຄາ​ອາຫານ​ໃນ​ທົ່ວ​ໂລກ​ສູງ​ຂຶ້ນ.​ເພາະວ່າ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນ​ປະ​ເທດ​ສຳຄັນ​​ໃນ​ການ​ສົ່ງ​ອອກ​ເຂົ້າ.​ເມື່ອ​ສັງ​ເກດ​ຈາກ​ຕົວ​ເລກ​ທີ່​ທາງ​ການ​ຂອງ​ປະ​ເທດ​ຕ່າງໆ​ເປີດ​ເຜີຍ​ນັ້ນ​ເຫັນ​ວ່າ, ​ໄພນ້ຳ ຖ້ວມ​ໄດ້​ເຮັດ​ໃຫ້​ປະ​ເທດ​​ເຫລົ່າ​ນີ້​ມີ​ເນື້ອ​ທີ່ນາ 1 ລ້ານ 5 ​ແສນ​ເຮັກຕາ​ຖືກ​ທຳລາຍ​ຫລື​ຢູ່​ໃນຄວາມສ່ຽງ​ທີ່​ຈະ​ຖືກນ້ຳ​ຖ້ວມ.

ສູນ​ວິ​ໄຈ​ກະ​ເສດ​ຕະກອນ​ໄທ​ທີ່​ເປັນ​ອົງການຄັງ​ປັນຍາ​ທີ່​ມີ​ຊື່​ສຽງ​ຂອງ​ໄທ​ເຫັນ​ວ່າ, ​ໄພ​ນ້ຳ​ຖ້ວມ​ເທື່ອ​ນີ້​ຈະມີ​ການ​ປ່ຽນ​ແປງ​ລາຄາ​ຂອງ​ການ​ຄ້າ​ເຂົ້າ​ໃນ​ທົ່ວ​ໂລກ​​ແຕ່​ທ້າຍ​ປີ 2011 ຫາ​ຕົ້ນ​ປີ 2012.ສູນ​ນີ້​ຄາດ​ວ່າ, ​​ແຕ່​​ໄຕ​ມາດ​ທີ 4 ຂອງ​ປີ 2011 ຫາ​ກາງ​ປີ 2012, ລາຄາ​ເຂົ້າ​ທົ່ວ​ໂລກ​ຈະ​ສືບ​ຕໍ່​ສູງ​ຂຶ້ນ, ຕໍ່​ຈາກ​ນັ້ນ,ລາຄາ​ເຂົ້າ​ຈະ​ຂຶ້ນຢູ່​ນຳ​ປະລິມານ​ການຜະລິດ​ເຂົ້າຂອງ​ໄທ​ແລະ​ຫວຽດນາມ​ທີ່​ປ້ອນ​ເຂົ້າສູ່​ຕະຫລາດ​ກ່ອນ​ກາງ​ປີຫນ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ