ວົງ​ການ​ການ​ຄ້າ​ອາ​ເມ​ລິ​ກາ​ຂຽນ​ຈົດ​ໝາຍ​ສົ່ງ​ໄປ​ຍັງ​ສະ​ພາ​ການ​ຄ້າ​ສາ​ກົນ​​ຈີນ​ເພື່ອ​ສະ​ແດງ​ຄວາມ​ຄັດ​ຄ້ານ​ຕໍ່​ຍັດ​ຕິ​ກົດ​ໝາຍ​ກ່ຽວ​ກັບ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຂອງ​ວຸດ​ທິ​ສະ​ພາ​ອາ​ເມ​ລິ​ກາ

(GMT+08:00) 2011-10-25 18:26:16     cri
ວັນ​ທີ24​ຕຸລາ​ນີ້,ສະພາ​ການ​ຄ້າ​ສາກົນ​ຈີນ​ເປີດ​ເຜີຍ​ວ່າ,​ເມື່ອ​ບໍ່​ດົນ​ມາ​ນີ້,ສະພາ​ການ​ຄ້າ​​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ແລະ​ຄະ​ນະ​ກຳ​ມະ​ການ​ການ​ຄ້າ​ແຫ່ງ​ຊາດ​ອາ​ເມ​ລິ​ກາ-ຈີນ​ໄດ້​ຂຽນ​ຈົດ​ໝາຍ​ສົ່ງ​ໄປ​ຍັງ​ສະ​ພາ​ການ​ຄ້າ​ສາ​ກົນ​ຈີນ,​ສະ​ແດງ​ຢ່າງ​ຈະ​ແຈ້ງ​ວ່າ ຄັດ​ຄ້ານ​ວຸດ​ທິ​ສະ​ພາ​ອາ​ເມ​ລິ​ກາ​ຮັບ​ຮອງ​"ຍັດ​ຕິ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕິດ​ຕາມ​ກວດ​ກາ​ການ​ປະ​ຕິ​ຮູບ​ອັດຕາ​ແລກ​ປ່ຽນ​ເງິນ​ຕາ​ປີ​2011".

​ໃນ​ຈົດໝາຍທີ່​ສົ່ງ​ໄປ​ຍັງ​ສະພາ​ການ​ຄ້າ​ສາກົນ​ຈີນນັ້ນ,ສະພາ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້ ກ່າວວ່າ,​ສະ​ພາ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້​ຂຽນ​ຈົດ​ໝາຍ​ສົ່ງ​ໄປ​ຍັງ​ສະ​ມາ​ຊິກ​ຂອງ​ວຸດ​ທິ​ສະ​ພາ​ອາ​ເມ​ລິ​ກາ​ແລ້ວ,​ຄັດ​ຄ້ານ​ການ​ຮັບ​ຮອງ​ຍັດ​ຕິ​ກົດ​ໝາຍ​ສະ​ບັບ​ນີ້,​ເຫັນ​ວ່າ,​ບໍ່​ຄວນ​ກະ​ທຳ​ແຕ່ ຝ່າຍ​ດຽວ​ຄື​ແນວ​ນີ້​ມາ​ບັງ​ຄັບ​ໃຫ້​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ອັດ​ຕາ​ແລກ​ປ່ຽນ,​ເພາະ​ວ່າ​ອາດ​ຈະ​ມີ​ຜົນ​ສະ​ທ້ອນ​ຕໍ່​ການ​ພົວ​ພັນ​ຈີນ​ອາ​ເມ​ລິ​ກາ​ແລະ​ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ.

ໃນ​ຈົດໝາຍ​ຈາກຄະນະ​ກຳມະການການຄ້າ​ແຫ່ງ​ຊາດ​ອາ​ເມ​ລິ​ກາ-ຈີນຂຽນ​ວ່າ,​ຄະ​ນະ​ກຳ​ມະ​ການ​ນີ້​ໄດ້​ອອກ​ຖະ​ແຫຼງ​ການ,​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ວຸດ​ທິ​ສະ​ພາ​ອາ​ເມ​ລິ​ກາ​ທີ່​ຮັບ​ຮອງ​ຍັດ​ຕິ​ກົດ​ໝາຍ​ດັ່ງ​ກ່າວ.​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ເຫັນ​ວ່າ,ການ​ຈຳ​ກັດ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຈີນ​​ໃຫ້​ອາ​ເມ​ລິ​ກາ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ວຽກ​ເຮັດ​ງານ​ທຳ​ແລະ​ບັນ​ຫາ​ຂຸມ​ການ​ຄ້າ​ທີ່​ອາ​ເມ​ລິ​ກາ​ປະ​ສົບ​ໃນ​ປະຈຸ​ບັນ​ນີ້​ໄດ້,ມີ​ແຕ່​ຈະ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ຄັດ​ເລືອກ​ພໍ່​ຄ້າ​ສະ​ໜອງ​ສິນ​ຄ້າ​ຂອງປະ​ເທດ​ອື່ນໆ​ທໍ່​ນັ້ນ.

ສະພາ​ການ​ຄ້າ​ອາ​ເມ​ລິ​ກາ​ແມ່ນ​ສະຫະພັນ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ,​ຕາງ​ໜ້າ​ບໍ​ລິ​ສັດ​ຫຼາຍ​ກວ່າ​3​ລ້ານ​ແຫ່ງ​ທີ່​ມາ​ຈາກ​ຂະ​ແໜງ​ການ​ຕ່າງໆ​ແລະ​ທ້ອງ​ຖິ່ນ​ຕ່າງໆ,​ແມ່ນ​ຜູ່​ໂຮມ​ສູນ​ຕາງ​ໜ້າ​ຜົນ​ປະ​ໂຫຍດ​ຂອງ​ວົງ​ການ​ການ​ຄ້າ​ອາ​ເມ​ລິ​ກາ.​ສ່ວນ​ຄະ​ນະ​ກຳ​ມະ​ການ​ການ​ຄ້າ​ແຫ່ງ​ຊາດອາ​ເມ​ລິ​ກາ​-​ຈີນ​ແມ່ນ​ອົງ​ການ​ຕົ້ນ​ຕໍ​ທີ່​ວົງ​ການ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ຕິດ​ຕໍ່​ພົວ​ພັນ​ທາງ​ການ​ຄ້າ​ກັບ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ