ບົດ​ລາຍ​ງານ​ຂອງ​ລັດຖະບານ​ຈີນ​ກ່າວ​ວ່າ,​ສິ່ງ​ກໍ່​ສ້າງ​ນິວ​ເຄຼຍ​ທີ່​ນຳ​ໃຊ້​ຢູ່​ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ແມ່ນ​ມີ​ຄວາມ​ປອດ​ໄພ​ແລະ​ສຳ​ຫຼວດ​ຄວບ​ຄຸມ​ໄດ້

(GMT+08:00) 2011-10-25 18:30:31     cri
ວັນ​ທີ25​ຕຸລາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ໂຈ່​ວ​ເຊີ່ງຊຽນ,ລັດຖະມົນຕີ​ວ່າ​ການ​ກະຊວງ​ອະນຸລັກ​ສິ່ງ​ແລດ​ລ້ອມ​ຈີນ​ກ່າວ​ວ່າ,ນັບ​ມາ​ຮອດ​ທ້າຍ​ປີ​2010​ທີ່​ຜ່ານ​ມາ,​ແຜ່ນ​ດິນ​ໃຫຍ່​ຈີນ​ໄດ້​ສ້າງ​ສຳ​ເລັດ​ເຄື່ອງ​ຜະ​ລິດ​ໄຟຟ້າ​ດ້ວຍ​ນິວ​ເຄຼຍ​13​ໜ່ວຍ​ແລະ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະ​ລິດ​ໄຟ​ຟ້າ,​ມີ​ເຄື່ອງ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ນິວ​ເຄຼຍ​ອີກ​28​ໜ່ວຍ​ພວມ​ກໍ່​ສ້າງ​ຢູ່,​ໂດຍ​ລວມ​ແລ້ວ​ສະ​ພາບ​ການ​ໝູນ​ເດີນ​ວຽກ​ງານ​ແມ່ນ​ມີ​ຄວາມ​ປອດ​ໄພ,​ສິ່ງ​ກໍ່​ສ້າງ​ນິວ​ເຄຼຍ​ຕ່າງໆ​ທີ່​ພວມ​ນຳ​ໃຊ້​ຢູ່​ ຄື:​ເຄື່ອງ​ປະຕິ​ກອນ​ເພື່ອ​ການ​ຄົ້ນ​ຄວ້າ​ແລະ​ສິ່ງ​ກໍ່​ສ້າງ​ໝູນ​ວຽນ​ວັດ​ຖຸ​ເຊື້ອ​ໄຟ​ນິວ​ເຄຼຍ​ຢູ່​ສະ​ພາບ​ການ​ທີ່​ປອດ​ໄພ​ແລະ​ສາ​ມາ​ຄວບ​ຄຸມ​ໄດ້.

ໃນ​ມື້​ດຽວ​ກັນ,ທ່ານ​ໂຈ່​ວ​ເຊີ່ງ​ຊຽນ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ລັດຖະບານ​ຈີນ,ລາຍ ງານ​ວຽກ​ງານ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຕໍ່​ຄະ​ນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ