ຄົນ​ຕ່​າງປະ​ເທດ​ທີ່​ເຮັດ​ວຽກ​ຢູ່​ຈີນ​ຄວນ​ເຂົ້າ​ຮ່ວມ​ການ​ປະກັນ​​ໄພ​​ສັງຄົມ

(GMT+08:00) 2011-10-25 16:59:08     cri

ຕາມ​ຂ່າວສານ​ຊີ​ນຮວາ: ​ເອກະສານ"ວິທີ​ຊົ່ວຄາວ​ກ່ຽວ​ກັບ​ຄົນ​ຕ່າງປະ​ເທດ​ທີ່​ເຮັດ​ວຽກ​ຢູ່​ຈີນ​ເຂົ້າ​ຮ່ວມ​ການ​ປະກັນ​ໄພ​ສັງຄົມ"​ໄດ້​ເລິ່ມປະຕິບັດ​ຢ່າງ​ເປັນ​ທາງ​ການ​ມາແຕ່​ວັນ​ທີ 15 ຕຸລາ​ນີ້. ອີງ​ຕາມ​​ເອກະສານວິທີ​ຊົ່ວຄາວ​ສະບັບ​ນີ້, ຄົນ​ຕ່າງປະ​ເທດ​ທີ່​​ໄດ້ຂຶ້ນ​ທະບຽນ​​ເຮັດ​ວຽກຢູ່​ຈີນຕາມ​ກົດໝາຍ​​ແລ້ວຄວນ​ເຂົ້າ​ຮ່ວມ​ການ​ປະກັນ​ລ້ຽງ​ຜູ່​ສູງ​ອາຍຸສຳລັບ​ພະນັກງານ, ການ​ປະກັນ​ປິ່ນປົວ​ພະຍາດ​ພື້ນຖານສຳລັບ​ພະນັກງານ, ການ​ປະກັນ​ໄພ​ບາດ​ເຈັບ​ຍ້ອນ​ວຽກ, ການ​ປະກັນ​ໄພ​ຫວ່າງ​ງານ ​ແລະ ການ​ປະກັນ​ໄພ​ໃນ​ການ​ເກີດລູກ​ໂດຍ​ອີງ​ຕາມ​ຂໍ້​ກຳນົດ​ແລ້ວ​ແມ່ນ, ​ໃຫ້​ໜ່ວຍ​ງານ ​ແລະ ຄົນ​ຕ່າງປະ​ເທດ​ເປັນ​ຜູ່​ຈ່າຍ​ຄ່າ​ປະກັນ​ໄພ​ສັງຄົມ​ເອົາ​​ເອງ.

ກ່ຽວ​ກັບ​ເລື່ອງ​ນີ້, ວັນ​ທີ 24 ຕຸລາ​ນີ້​ໃນ​ເວລາໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​,  ຜູ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງຊັບ​ພະ​ຍາກ​ອນມະນຸດ ​ແລະ ການ​ປະກັນ​ສັງຄົມ​ຈີນກ່າວ​ວ່າ, ການ​ປະກາດ ​ແລະ ປະຕິບັດ​ເອກະສານ​ວິທີ​ຊົ່ວຄາວ​ໄດ້​ສະໜອງຫັຼກຖານທາງ​ກົດໝາຍ​​ເພື່ອ​ໃຫ້​ຄົນ​ຕ່າງປະ​ເທດ​ທີ່​ເຮັດ​ວຽກ​ຢູ່​ຈີນ​ເຂົ້າ​ຮ່ວມ​ການ​ປະກັນ​ໄພ​ສັງຄົມ, ສາມາດຮັບປະກັນ ​ແລະ ຮັກສາ​ສິດ ​ແລະ ຜົນ​ປະ​​ໂຫຍ​ດ​ໃນ​ດ້ານ​ການ​ປະກັນ​ໄພ​ສັງຄົມຂອງ​ພວກ​ເຂົາ​ເຈົ້າດີກ​ວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ