ເຮືອ​ປະມົງ​ຂອງ​ຈີນ​ທີ່​ສ.​​ເກົາຫຼີ​ກັກ​ໄວ້ໄດ້​ກັບ​ປະ​ເດ​ທຈີນ​ແລ້ວ

(GMT+08:00) 2011-10-25 17:02:16     cri

ວັນ​ທີ 25 ຕຸລາ​ນີ້, ນາງ​ຈ່ຽງອີ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ບັນຫາ​ກ່ຽວກັບສ.​ເກົາ​ຫຼີກັກ​​ເຮືອ​ປະມົງຂອງ​ຈີນ 3 ລຳ​ພ້ອມ​ລູກ​ເຮືອ​ໄດ້​ຮັບ​ການແກ້​ໄຂ​ຢ່າງ​ເໝາະ​ສົມ​ແລ້ວ, ຫຼັງ​ຈາກຈ່າຍ​ຄ່າ​ປັບ​ໃໝ​ແລ້ວ,​ເຮືອ​ປະມົງ​ທັງ 3 ລຳ ​ແລະ ​ລູກ​ເຮືອ​ຂອງ​ຈີນ​ກໍ່ໄດ້​ອອກ​ຈາກສ.​ເກົາຫຼີ, ກັບຄືນ​ປະ​ເທດຈີນ.


ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ ຢູ່​ກອງ​ປະຊຸມ​ຂ່າວທີ່​ກະຊວງ​ການຕ່າງປະ​ເທດ​ຈີນ​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,​ ນາງ​ຈ່ຽງອີ​ກ່າວ​ວ່າ, ຈີນ​ຫວັງ​ໃຫ້ຊາວ​ປະມົງ​ຂອງ​ຈີນ​ມີ​ຄວາມເຄົາ​ລົບ​ກົດໝາຍ, ຫາ​ປາ​ຕາມ​ກົດໝາຍ, ພ້ອມ​ກັນ​ນັ້ນ​ກໍ່​ຫວັງ​ໃຫ້​ສ.​ເກົາຫຼີຮັບປະກັນ​ຄວາມ​ປອດ​ໄພດ້ານ​ຮ່າງກາຍ ພ້ອມ​ທັງ ສິດ​ແລະຜົນ​ປະ​ໂຫຍ​ດທີ່​ຊອບ​ກົດໝາຍ​ຂອງ​ຊາວ​ປະມົງ​ຈີນໃນ​ເວລາ​ປະຕິບັດກົດໝາຍ. ຈີນ​ຫວັງ​ໃຫ້ການ​ຮ່ວມ​ມື​ດ້ານ​ການປະມົງ​ລະຫວ່າງ​ຈີນ ກັບ ສ.​ເກົາຫຼີ​ສາມາດ​ພັດ​ທະນາ​ຢ່າງ​ປອດ​​ໃສ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ