ໃນ5​ປີ​ຕໍ່ໜ້າ​ຈີນ​ຈະ​ສ້າງຕັ້ງ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຢູ່​​ແຕ່ລະ​ປະ​ເທດ​ອາ​ຊຽນ

(GMT+08:00) 2011-10-26 14:55:25     cri
ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 8 ທັງ​ເປັນ​ກອງ​ປະ​ຊຸດ​ສຸດ​ຍອດ​ການ​ຄ້​າ​ແລະ​ການ​ລົງທຶນ​ທີ່​ພວມ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​ເຂດ​ກວາງ​ຊີ​ຂອງ​ຈີນ, ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ໃນ5​ປີ​ຕໍ່ໜ້າ​ຈີນ​ຈະ​ສ້າງຕັ້ງ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຢູ່​​ແຕ່ລະ​ປະ​ເທດ​ອາ​ຊຽນ.

​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໂຕະ​ມົນ​ການ​ລົງທຶນ​ຈີນ​ອາ​ຊຽນ, ທ່ານ​ກ່າວ​ຫູ້​ເສີງ, ລັດຖະ ມົນຕີຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ:"ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ແມ່ນ​​ເນື້ອໃນ​ສຳຄັນ​ຂອງການ​ຮ່ວມ​ມື​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຢູ່​ຕ່າງປະ​ເທດສ້າງ​ເວທີ​​ໃຫ້​ແກ່​ວິ​ສາ​ຫະກິດ​ຈີນ​ທີ່​ລົງທຶນ​ຢູ່​ປະ​ເທດ​ອາ​ຊຽນ​ເພື່ອ​ດຳ​ເນີນ​ການ​ຜະລິດ​ແບບຮ່ວມ​ສູນ."

​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຢູ່​ຕ່າງປະ​ເທດ​ແມ່ນ​ພາຍ​ໃຕ້ການ​ຊີ້​ນຳ​ຂອງ​ລັດ, ວິ​ສາ​ຫະກິດ​ຈີນ​​ສ້າງ​ດ້ວຍ​ຕົນ​ເອງ​ຫຼື​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ເຂດ​ປຸ່ງ​ແຕ່ງ, ​ເຕັກນິກກະສິກຳ​ແລະ​ເຂດ​ຮ່ວມ​ມື​ເສດຖະກິ​ດການ​ຄ້າ​ປະ​ເພດ​ຕ່າງໆ​ທີ່ມີ​ພື້ນຖານ​ໂຄງ​ລ່າງອັນ​ຄົບ​ຖ້ວນ, ມີ​ຂະ​ແໜງ​ການ​ຕ່າງໆ​ທີ່​ຄົບ​ຖ້ວນ, ມີ​ຄວາມ​ເຊື່ອ​ມັ້ນ​ແລະ​ຄວາມ​ສາມາດ​​ໃນ​ການ​ນຳພາ​ຢູ່​ຕ່າງປະ​ເທດ.

ປະຈຸ​ບັນ​ຈີນ​ໄດ້​ສ້າງ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ 5 ​ແຫ່ງ​ຢູ່ 4 ປະ​ເທດ​ອາຊຽນ, ​ແມ່ນ​ເຂດ​ພິ​ເສດ​​ເສດຖະກິດ​ຊີ​ຮາ​ນຸວົງ​ຂອງ​ກຳປູ​ເຈຍ, ສວນ​ອຸດສາຫະກຳ​ໂລ​ຢຸງຈີນ​ໄທ, ສວນ​ອຸດສາຫະກຳ​ຫຼົງ​ຈ່ຽງຫວຽດນາມ, ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຈີນ​ຫວຽດນາມ, ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຈີນ​ອິນ​ໂດ​ເນ​ເຊຍ. ມາ​ຮອດ​ທ້າຍ​ເດືອນ​ສິງຫາ​ປີ​ນີ້, ຢູ່​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າດັ່ງກ່າວ​ໄດ້​ມີ​ວິ​ສາ​ຫະກິດ​ຈີນ 68 ​ແຫ່ງ​ເຊັນ​ສັນຍາ​ເຂົ້າ​ເຂດ​​ຮ່ວມ​ມື​ເສດຖະກິດ, ​ໄດ້​ລົງທຶນ 1 ຕື້ 50 ລ້ານ​ໂດ​ລາທາງສັນຍາ, ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ 419 ລ້ານ​ໂດ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ