ປະທານ​ສະພາ​ຕ່ຳອາ​ເມ​ລິ​ກາ​ກ່າວ​​​​​ຢ້ຳວ່າ​ຄັດຄ້ານຍັດຕິ​ກົດຫມາຍ​ທີ່ກ່ຽວ​ພັນ​ເຖິງ​ອັດ​ຕາ​​ແລກປ່ຽນ​ເງິນ​ຢວນຈີນ

(GMT+08:00) 2011-10-26 10:56:22     cri

ວັນ​ທີ25 ຕຸລາ​ນີ້,ທ່ານ​ຈອນ​ ​ໂບ​ເນີ,ປະທານ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້ກ່າວ​ຢ້ຳ​ຫຼັກ​ຫມັ້ນທີ່ຄັດຄ້ານ​ລັດຖະສະພາ​ອາ​ເມ​ລິ​ກາ​ໄດ້​ຜ່ານຮັບຮອງຍັດ ຕິກົດຫມາຍ​ກ່ຽວ​ກັບ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ,​ແລະ​ກ່າວ​ວ່າ​ ນີ້​ຈະ​ແມ່ນ​ນະ​ໂຍບາຍ​ຢ່າງຫນຶ່ງ​ທີ່​​ເປັນອັນຕະລາຍ​ທີ່​ສຸດ.

ໃນ​ກອງປະຊຸມ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ຈອນ ​ໂບ​ເນີ​ກ່າວ​ວ່າ,ກ່ຽວ​ກັບ​ບັນຫາ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ,ຄວນ​ໃຫ້​ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ເສີມ​ຂະຫຍາຍ​ບົດບາດນຳ​ພາ,​ເພື່ອ​ຕົກລົງ​ຫຼັກ​ຫມັ້ນ​ຂອງ​ອາ​ເມ​ລິ​ກາ​ໃນ​ບັນຫາ​ດັ່ງກ່າວ.


ໃນ​ກອງ​ປະຊຸມ​ຟັງ​ຄຳ​ໃຫ້ການ​ກ່ຽວກັບ​ການ​ພົວພັນ​ທາງ​ດ້ານ​ເສ​ດ ຖະກິດ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ທີ່ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​​ເດ​ວິດ ແຄ​​ມ, ປະທານ​ຄະນະກຳມະການລະດົມ​ທຶນ​ຂອງສະພາ​ຕ່ຳ​ອາ​ເມ​ລິ​ກາກໍ່​ກ່າວ​ວ່າ, ສະມາຊິກ​ລັດ​ຖະສະພາ​ບາ​ງຄົນ​​ໄດ້ເອົາ​ໃຈ​ໃສ່​ນຳ​ບັນຫາ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນຫຼາຍ​​ເກີນ​ໄປ,ທີ່ຈິງ​ແລ້ວ,ການ​ກະທຳ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ອາ​ເມ​ລິ​ກາບໍ່​ເອົາ​ໃຈ​ໃສ່​ນຳ​ບັນຫາອື່ນໆ​ຈຳນວນ​ຫຼວງ​ຫຼາຍ​ທີ່​ກ່ຽວ​ພັນ​ເຖິງ​ການ​ຄ້າ​ກັບ​ຈີນ.
ໃນ​ກອງ​ປະຊຸມ​​ຟັງ​ຄຳ​ໃຫ້ການ,ທ່ານ​​​ລຽວ ​ໄປສນາດ,ລັດຖະມົນ​ຕີ​ຊ່ວຍ​ວ່າ ການ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ຊີ້​ອອກ​ວ່າ, ອັດຕາ​ແລກປ່ຽນ​​ເງິນຢວນຈີນ​ແຂງ​ຄ່າ​ຂຶ້ນ​​ແມ່ນແກ້​ໄຂ​ບັນຫາ​ເສຍປຽບ​ດຸນ​ການ​ຄ້າຂອງ​ອາ​ເມ​ລິ​ກາ​ບໍ່​ໄດ້.
ມື້​ດຽວ​ກັນ,​ໃນ​ເວລາ​ທ່ານ​​​ເຮັນຣີ ພອນ​ເຊີນ, ອະດີດ​ລັດຖະມົນຕີ​ວ່າ ການ ກະຊວງ​ການ​ເງິນ​ອາ​ເມ​ລິ​ກ​ກ່າວ​ປາຖະກະຖາ​ຢູ່​ມະຫາວິທະຍາ​ໄລ​ຈອນ​ສ໌ ຮົບ​ຄິນສ໌ວໍ​ຊິງ​ຕັນ,ທ່ານ​ກໍ່​ຊີ້​ອອກ​ວ່າ,ການ​​ແກ້​ໄຂ​ບັນຫາ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ດ້ວຍ​ວິທີ​ການສ້າງກົດຫມາຍ​ນັ້ນອາດ​ຈະ​ເຮັດ​ໃຫ້ສອງ​ປະ​ເທດ​ເກີດ​ສົງຄາມ​ການ​ຄ້າ​,​ແລະຈະ​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ອາ​ເມ​ລິ​ກາ, ສະ​ນັ້ນນີ້​ບໍ່​ແມ່ນ​ການ​ກະທຳ​ທີ່​ຖືກຕ້ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ