ອາເມລິກາຮັກສາການຈັດວາງກຳລັງທະຫານຢູ່"ແນວໜ້າອາຊີ"ມີຈຸດປະສົງແນວໃດແດ່?
(GMT+08:00) 2011-10-26 17:39:07 cri
ໜັງສືພິມເຢິນມິນຢື້ປ້າວຂອງຈີນລາຍງານວ່າ: ທ່ານລີອອນ ປາເນຕາ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາຄົນໃໝ່ເລີ່ມດຳເນີນການຢ້ຽມຢາມອິນໂດເນເຊຍ,ຍີ່ປຸ່ນແລະສ.ເກົາຫຼີແຕ່ວັນທີ22ຕຸລານີ້ເປັນຕົ້ນໄປ,ນີ້ແມ່ນການຢ້ຽມຢາມອາຊີເປັນເທື່ອທຳອິດພາຍຫຼັງທ່ານຂຶ້ນຮັບຕຳແໜ່ງລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາ.ກ່ອນອອກເດີນທາງໄປຢ້ຽມຢາມ3ປະເທດດັ່ງກ່າວ,ທ່ານປາເນຕາກ່າວເນັ້ນວ່າຈະຮັກສາການຈັດວາງກຳລັງທະຫານຢູ່"ແນວໜ້າອາຊີ".ຫາງສຽງໃນອາເມລິກາເຫັນວ່າ,ການຢ້ຽມຢາມຂອງທ່ານປາເນຕາໃນຄັ້ງນີ້ແມ່ນມີຈຸດປະສົງເພື່ອປອບໃຈປະເທດພັນທະມິດ,ສ້າງອິດທິພົນທີ່ກ້ຳເກິ່ງກັນກັບຈີນ,ເນັ້ນໜັກການສັບຊ້ອນຈຸດສຸມທາງດ້ານຍຸດທະສາດຂອງອາເມລິກາ.
ວັນທີ23ຕຸລານີ້,ທ່ານປາເນຕາໄດ້ພົບປະເຈລະຈາກັບເຈົ້າໜ້າທີ່ຕ່າງໆເຊັ່ນລັດຖະມົນຕີປ້ອງກັນປະເທດຂອງ10ປະເທດອາຊຽນຢູ່ເກາະບາຫຼີຂອງອິນໂດເນເຊຍ,ໃນຂະນະທີ່ກ່າວເນັ້ນວ່າອາເມລິກາຍິນດີຂະຫຍາຍການພົວພັນການຮ່ວມມືກັບອາຊຽນນັ້ນ,ທ່ານປາເນຕາຍັງກ່າວຢ້ຳວ່າອາເມລິກາເປັນປະເທດມະຫາສະໝຸດປາຊີຟິກ,ມີຜົນປະໂຫຍດຢ່າງຍາວນານຢູ່ພາກພື້ນນີ້ແລະມີຄຳໝັ້ນສັນຍາຢ່າງຍາວນານຕໍ່ພັນທະມິດແລະຄູ່ຮ່ວມມືຂອງອາເມລິກາໃນພາກພື້ນນີ້.ອາເມລິກາຈະບໍ່ຫຼຸດກຳລັງທະຫານທີ່ຈັດວາງຢູ່ອາຊີ.ທ່ານປາເນຕາເປີດເຜີຍວ່າ,ອາເມລິກາມີແຜນຈະເພີ່ມກຳລັງທະຫານທີ່ຈັດວາງຢູ່ອາຊີອາຄະເນແລະມະຫາສະໝຸດອິນເດຍຊຶ່ງລວມທັງການເພີ່ມທະວີການຮ່ວມມືກັບອົສຕຼາລີແລະຈັດວາງກ່ຳປັ່ນຮົບໃກ້ທະເລລຳໜຶ່ງຢູ່ສິງກະໂປ.
ວັນທີ25ຕຸລານີ້,ຢູ່ນະຄອນຫຼວງໂຕກຽວຂອງຍີ່ປຸ່ນ,ທ່ານປາເນຕາໄດ້ເຈລະຈາຫຼາຍເທື່ອກັບບຸກຄົນສຳຄັນທາງການເມືອງຂອງຍີ່ປຸ່ນເຊັ່ນທ່ານໂຢຊີຮິໂກະ ໂນດະ ນາຍົກລັດຖະມົນຕີຍີ່ປຸ່ນແລະທ່ານອື່ນໆ.ທ່ານປາເນຕາກ່າວວ່າ,ອາເມລິກາພວມຢູ່ໃນໄລຍະຫົວລ້ຽວຫົວຕໍ່,ພາຍຫຼັງດຳເນີນສົງຄາມຕ້ານການກໍ່ການຮ້າຍມາ10ປີແລ້ວ,ອາຊີຈະກາຍເປັນຈຸດສຸມທາງຍຸດທະສາດທີ່ສຳຄັນທີ່ສຸດຂອງອາເມລິກາ.ອາເມລິກາແລະຍີ່ປຸ່ນເຫັນເປັນເອກະສັນກັນວ່າ,ສະພາບແວດລ້ອມການຮັກສາຄວາມໝັ້ນຄົງໃນພາກພື້ນອາຊີປາຊີຟິກພວມມີຄວາມບໍ່ແນ່ນອນເພີ່ມຫຼາຍຂຶ້ນ,ຍີ່ປຸ່ນແລະອາເມລິກາຈະເພີ່ມທະວີການຮ່ວມມືຕື່ມອີກໃນຂົງເຂດກວ້າງຂວາງຊິ່ງລວມທັງການຮັກສາຄວາມໝັ້ນຄົງ.
ນັກວິເຄາະເຫັນວ່າ,ການປັບປຸງຍຸດທະສາດທາງການທະຫານຂອງອາເມລິກາແມ່ນເນື້ອໃນອັນໜຶ່ງໃນແຜນການຍຸດທະສາດອາຊີທີ່ລັດຖະບານໂອບາມາຕົກລົງໃນເວລາຫາກໍ່ຂຶ້ນກຳອຳນາດ.ໃນດ້ານເສດຖະກິດ,ຄວາມຈະເລີນຮຸ່ງເຮືອງທາງດ້ານເສດຖະກິດຂອງພາກພື້ນອາຊີປາຊີຟິກມີຄວາມສຳຄັນຫຼາຍຕໍ່ການພັດທະນາເສດຖະກິດໂດຍສະເພາະແມ່ນການເຕີບໂຕທາງດ້ານການສົ່ງອອກສິນຄ້າຂອງອາເມລິກາ.ໃນດ້ານການທະຫານ,ອາເມລິກາຈັດວາງກຳລັງທະຫານຢູ່ອາຊີຖືກຖືວ່າເປັນກຳລັງດ້ານໜຶ່ງທີ່ກ້ຳເກິ່ງກັບຈີນ.ກຳລັງທະຫານອາເມລິກາຖອນຕົວອອກຈາກອີຣັກແລະອັຟການີສຖານໄດ້ສ້າງໂອກາດທີ່ສຳຄັນໃຫ້ແກ່ການປັບປຸງທາງດ້ານຍຸດທະສາດທາງການທະຫານຂອງອາເມລິກາ.
ແຕ່ວ່າ,ຫຼາຍປະເທດອາຊີກໍ່ໄດ້ມີທ່າທີທີ່ນັບມື້ນັບລະມັດລະວັງໃນການຮ່ວມມືທາງການທະຫານກັບອາເມລິກາ.ຍີ່ປຸ່ນແລະສ.ເກົາຫຼີລ້ວນແຕ່ເກີດເຫດການທີ່ປະຊາຊົນເດີນຂະບວນປະທ້ວງຖານທັບອາເມລິກາ.ພາຍໃນປະເທດຟີລິບປິນ,ສຽງຄັດຄ້ານການຊ້ອມຮົບຮ່ວມຂອງອາເມລິກາແລະຟີລິບປິນກໍ່ມີຂຶ້ນຢ່າງຕໍ່ເນື່ອງ.ປະຊາຊົນຟີລິບປິນຈຳນວນບໍ່ໜ້ອຍເຫັນວ່າ,ການຊ້ອມຮົບແນວນີ້ແມ່ນມີຜົນເສຍຫຼາຍກວ່າຜົນໄດ້.ອາເມລິກາພຽງແຕ່ແມ່ນຢາກສະແຫວງຫາຜົນປະໂຫຍດຂອງຕົນເທົ່ານັ້ນ,ຟີລິບປິນອາດຈະຖືກອາເມລິການຳໃຊ້ແລ້ວກໍ່ເປັນໄດ້.