ພິທີ​ຝັງ​ສົບ​ຂອງ​ທ່ານ​ກັດ​ດາ​ຟີ ອະດີດ​ຜູ້ນຳ​ລີ​ບີ

(GMT+08:00) 2011-10-26 16:59:56     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ25ຕຸລາ​ນີ້,ສະຖານີ​​ໂທລະພາບອານ​ຈາ​ຊີ​ລາ​ໄດ້​ນຳ​ເອົາ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ຄົນ​ໜຶ່ງ​ຂອງ​ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ມາລາ​ຍງານ​ວ່າ, ສົບ​ຂອງທ່ານ​ກັດ​ດາ​ຟີ,ອະດີດ​ຜູ້ນຳ​ລີ​ບີ​ແລະ​ທ່ານ​ມູທາ​ຊີມ ກັດ​ກາ​ຟີ,ລູກ​ຊາຍ​ຂອງ​ທ່ານ​ໄດ້​ຖືກນຳ​ໄປ​ຝັງ​ຢູ່​ສະຖານ​ທີ່ລຶກ​ລັບ​ແຫ່ງ​ໜຶ່ງ​ຂອງທະ​ເລ​ຊາຍ​ຊາ​ຮາຣາ​​ໃນ​ຕອນ​ຂ້ອນ​ແຈ້ງ​ຂອງ​ວັນ​ທີ25ຕຸລາ​ນີ້.

​ເຈົ້າ​ໜ້າ​ທີ່​ຜູ້​ນີ້​ກ່າວ​ວ່າ,ຫຼັງ​ຈາກ​ຈັດ​ພິທີ​ຕາມປະ​ເພນີ​ທາງ​ສາດ​ສະໜາ​ແລ້ວ,​ ສົບ​ຂອງທ່ານ​ກັດ​ດາ​ຟີ,ອະດີດ​ຜູ້ນຳ​ລີ​ບີ​ແລະ​ທ່ານ​ມູທາ​ຊີມ ກັດ​ກາ​ຟີ,ລູກ​ຊາຍ​ຂອງ​ທ່ານ​ໄດ້​ຖືກ​ນຳໄປ​ຝັງ​ຢູ່​ສະຖານ​ທີ່ລຶກ​ລັບ​ແຫ່ງ​ໜຶ່ງ​ຂອງທະ​ເລ​ຊາຍ​ຊາ​ຮາຣາ​​,ຊຶ່ງໃນນັ້ນ,​ໄດ້​ມີ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນພ້ອມ​ດ້ວຍ​ນາຍ​ທະຫານ​ຂອງ​ອຳນາດ​ການ​ປົກຄອງ​ນະຄອນ​ມີ​ສຣາທາ​ຈຳນວນ​ໜຶ່ງ​ໄດ້​ເຂົ້າ​ຮ່ວມ​ການ​ຝັງ​ສົງ​ຂອງ​ທ່ານ​ກັດ​ດາ​ຟີ​ພ້ອມ​ລູກ​ຊາຍ​ໃນ​ຄັ້ງ​ນີ້.

ກ່ອນ​ໜ້າ​ນີ້​ຄອບຄົວ​ແລະ​ຍາດຕິ​ພີ່ນ້ອງ​ຂອງ​ທ່ານ​ກັດ​ດາ​ຟີໄດ້ຮຽກຮ້ອງ​ໃຫ້​ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ສົ່ງ​ສົບ​ຂອງ​ທ່ານ​ກັດ​ດາ​ຟີ​ຄືນໃຫ້​ແກ່​ຄອບຄົວ​ເພື່ອ​ຈັດ​ພິທີ​ສົ່ງສະການ​ໂດຍ​ຕາມ​ປະ​ເພນີ​ທາງ​ສາດສະໜາ,​ແຕ່​ຄວາມຮຽກຮ້ອງ​​ດັ່ງກ່າວ​​ໄດ້ຖືກ​ປະຕິ​ເສດ.

ຫວ່າງ​ມໍ່ໆ​ມາ​ນີ້,ຄອບຄົວ​ຂອງ​ທ່ານ​ກັດ​ດາ​ຟີ​ແລະ​ປະຊາ​ຄົມ​ໂລກ​​ໄດ້​ຮຽກຮ້ອງ​ໃຫ້​ດຳ​ເນີນ​ການສືບສວນຫາ​ສາ​ເຫດການ​ເສຍ​ຊີວິດຂອງ​ທ່ານ​ກັດ​ດາ​ຟີຢ່າງ​ລະອຽດ​. ວັນ​ທີ24ຕຸລາ​ນີ້, ທ່ານມຸສຕາ​ຟາ ອັບ​ດູນຈາລີນ, ປະ​ທານ​ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ກ່າວ​ຢູ່​​ເບັນ​ກາ​ຊີ, ອຳນາດ​ການ​ປົກຄອງ​ຂອງ​ລີ​ບີ​ຈະ​ແຕ່ງ​ຕັ້ງ​ຄະນະ​ກຳມະການ​ສະ​ເພາະ​ກິດ​ຂຶ້ນ​ມາ,ສືບສວນ​ຫາສາ​ເຫດການ​ເສຍ​ຊີວິດ​ຂອງ​ທ່ານ​ກັດ​ດາ​ຟີຢ່າງ​ລະອຽດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ