ຄາດ​ວ່າການ​ສ້າງ​ກ່ຳ​ປັ່ນ​ຜ່າ​ນ້ຳກ້ອນ​ລຳ​ທຳ​ອິດ​ຂອງ​ຈີນ​ຈະ​ສຳ​ເລັດ​ໃນ​ທ້າຍ​ປີ2013

(GMT+08:00) 2011-10-26 17:15:35     cri
ວັນ​ທີ25ຕຸລາ​ນີ້, ທ່ານ​ສີ​ທ້າ​ນ​​ເຈ້​ວ, ຫົວໜ້າ​ຫ້ອງການ​​ໂຄງການ​ສຳ​ຫຼວດຂົ້ວ​ໂລກຂອງ​ກົມທະ​ເລ​ແຫ່ງ​ຊາດ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ກ່ຳ​ປັ່ນຜ່າ​ນ້ຳກ້ອນ​​ເພື່ອ​ຄົ້ນຄວ້າ​ທາງ​ວິທະຍາສາດ​ລຳ​ທຳ​ອິດ​ຂອງ​ຈີນ​ຄາດ​ວ່າ​ຈະສ້າງ​ສຳ​ເລັດໃນ​ທ້າຍ​ປີ2013,ຫຼັງ​ຈາກ​ເລີ່​ມ​ໃຊ້​ກ່ຳ​ປັ່ນ​ລຳ​ນີ້​ແລ້ວ​ຈະ​ເຮັດ​ໃຫ້​ຈີນຍົກ​ສູງ​ຄວາມ​ສາມາດ​ແລະ​ລະດັບ​ໃນການ​ສຳ​ຫຼວດທາງ​ວິທະຍາສາດ​ຢູ່​ຂົ້ວ​ໂລກ​ຢ່າງ​ຫຼວງ​ຫຼາຍ.

ມື້​ດຽວ​ກັນ, ທ່ານ​ສີ​ທ້າ​ນ​​ເຈ້ວກ່າວ​ໃນ​ກອງ​ປະຊຸມ​ລາຍ​ງານຫົວ​ຂໍ້​ສະ​ເພາະກ່ຽວ​ກັບ​ການ​ສຳ​ຫຼວດທາງ​ວິທະຍາສາດ​ຂົ້ວ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ທຽນ​ສິນ​ຂອງ​ຈີນ​ວ່າ, ກ່ຳ​ປັ່ນຜ່າ​ນ້ຳກ້ອນ​ທີ່ສ້າງ​ໃໝ່​​ແມ່ນ​ອອກ​ແບບ​ໂດຍ​ການ​ຮ່ວມ​ມືກັບ​ຕ່າງປະ​ເທດ,​ແລະ​ຈະອອກ​ແຮງສຸດ​ຂີດ​ເພື່ອສ້າງ​ໃຫ້​ສຳ​ເລັດ​ຜົນ​ຢູ່​ພາຍ​ໃນ​ປະ​ເທດ.

ທ່ານ​ສີ​ທ້າ​ນ​​ເຈ້​ວ​ແຈ້ງ​ໃຫ້​ຮູ້ວ່າ,ປະຈຸ​ບັນ, ກ່ຳ​ປັ່ນ​ສຳ​ຫຼວດທາງ​ວິທະຍາສາດ​ຂົ້ວ​ໂລກ​ຊື່"ສຸຍ​ໂຫຼ​ງ"ທີ່​ຈີນ​ພວມ​ໃຊ້​​ແມ່ນຊື້​ມາ​ຈາກ​ຕ່າງປະ​ເທດ,ມີ​ຄວາມ​ສາມາດ​ໃນ​ຂອບ​ເຂດຈຳກັດ​ໃນການຜ່າ​ນ້ຳກ້ອນ​,​ອຸປະກອນ​ການ​ສຳ​ຫຼວດທາງ​ວິທະຍາສາດ​ຢູ່​ໃນ​ກ່ຳ​ປັ່ນ​ແລະ​ຄວາມ​ສາມາດ​ດ້ານ​ການ​ຂົນ​ສົ່ງອຸປະກອນ​ກໍ່​ບໍ່​ພຽງພໍ,​ແຕ່​ກ່ຳ​ປັ່ນຜ່າ​ນ້ຳກ້ອນ​ທີ່ຈີນ​ສ້າງ​ອອກ​ມາ​ໃໝ່​ບໍ່​ພຽງ​ແຕ່ສາມາດ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການຜ່ານ້ຳກ້ອນ​ສູ່​ລະດັບ​ໃໝ່ເທົ່າ​ນັ້ນ,ຍັງ​ຈະ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ດ້ານ​ອຸປະກອນ​ການ​ຂົນ​ສົ່ງ​ແລະ​ການຮັບປະກັນ,​ແລະ​ສາມາດ​ປະຕິບັດ​ໜ້າ​ທີ່​ການ​ສຳ​ຫຼວດທາງ​ວິທະຍາສາດ​ມະຫາ​ສະ​ໝຸດ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ