ຈີນ​​ຕັກ​ເຕືອນ​ປະຊາຊົນ​ຜູ້​ທີ່​ຈະ​ໄປ​ອິນ​ໂດ​ເນ​ເຊຍ

(GMT+08:00) 2011-10-26 10:53:23     cri
ຕາມ​ຂ່າວສານ​ຊິນຮວາ, ຍ້ອນ​ວ່າ​ຢູ່ອິນ​ໂດ​ເນ​ເຊຍ​ມີ​ຄົນ​ຕິດ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກH5N1ປະ​ເພດ​ຮຸນ​ແຮງ​ແລ້ວ​ເສຍ​ຊີວິດ, ວັນ​ທີ25​ຕຸລາ​ນີ້, ທ່ານຫຼີຢວນຜິ​ງ ​ໂຄສົກ​ຖະ​ແຫຼ​ງຂ່າວ​ກົມ​ໃຫຍ່​ກວດກາ​ຄຸນ​ນະ​ພາບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ຈີນ​ພວມ​ໃຊ້​ມາດ​ຕະການ, ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ພະຍາດ​ດັ່ງກ່າວແຜ່​ລາມ​ເຂົ້າ​ຈີນ​ຢ່າງ​ເດັດຂາດ, ​​ແລະ​ໄດ້​ແຈ້ງ​ເຕືອນ​ໃຫ້ປະຊາຊົນຫຼືບຸກຄົນຕ່າງໆ​ທີ່​ຈະ​ເດີນທາງໄປ​ອິນ​ໂດ​ເນ​ເຊຍ.

​​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ກົມ​ໃຫຍ່​ກວດກາ​ຄຸນ​ນະພາ​ບ​ແຫ່ງ​ລັດ​ຈີນ​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານຫຼີຢວນຜິ​ງກ່າວ​ວ່າ, ອີງ​ຕາມບົດລາຍ​ງານສະບັບ​ວັນ​ທີ10​ຕຸລາ​ຂອງ​ອົງການ​ອະນາ​ໄມ​ໂລກ, ອິນ​ໂດ​ເນ​ເຊຍ​ມີ​ຜູ້​ໜຶ່ງທີ່​ຖືກ​ຢືນຢັນ​ວ່າ​ໄດ້​ຕິດ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກH5N1ປະ​ເພດ​ຮຸນ​ແຮງ​ແລ້ວ​ເສຍ​ຊີວິດ. ກົມ​ໃຫຍ່​ກວດກາ​ຄຸນ​ນະພາ​ບ​ແຫ່ງ​ລັດ​ຈີນ​ໄດ້ຮຽກຮ້ອງ​ໃຫ້​ອົງການ​ຈັດ​ຕັ້ງກວດກາຕ່າງໆ​ທີ່​ຂຶ້ນ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ ​ເພີ່ມ​ທະວີ​ການ​ກວດກາ​ສຸຂະພາບ​ຂອງ​ບຸກຄົນ​ທີ່​ມາ​ຈາກ​ອິນ​ໂດ​ເນ​ເຊຍ, ການ​ກວດກາ​ທາງ​ການ​ແພດ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ