ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ແລະ​ບໍ​ລິ​ສັດ​ຮົວ​ເຫວ​ຂອງ​ຈີນ​ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ໃຊ້​ໃນ​ຫ້ອງ​ການ​ໃຫ້​ແກ່​ລັດ​ຖະ​ບານ​ລາວ

(GMT+08:00) 2011-10-26 20:03:29     cri

ຕາມ​ຂ່າວCRI:ວັນ​ທີ 26 ຕຸລາ​ນີ້,ທີ່​ສຳນັກງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນະ​ຄອນ​ຫຼວງ​ວຽງ​ຈັນ,​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ແລະ​ບໍ​ລິ​ສັດ​ຮົວ​ເຫວ​ຂອງ​ຈີນ​ໄດ້​ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ໃຊ້​ໃນ​ຫ້ອງ​ການ​ທີ່​ທັນ​ສະ​ໄໝ​ຈຳ​ນວນ​ໜຶ່ງ​ໃຫ້​ແກ່​ລັດ​ຖະ​ບານ​ລາວ.​ໂດຍ​ມີ​ທ່ານ​ສົມ​ສະ​ຫວາດ ​ເລັ່ງ​ສະ​ຫວັດ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ,​ທ່ານ​ສິນ​ລະ​ວົງ ຄຸດ​ໄພ​ທູນ,​ຫົວ​ໜ້າ​ຫ້ອງ​ວ່າ​ການ​ລັດ​ຖະ​ບານ​ທັງ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ​ຈີນ,​ທ່ານ​ນາງ​ປູ​ຈ້ຽນ​ກົວ,​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ແລະ​ທ່ານ​ກົວ​ຈູ້​ນ​ເຝິ່ງ,​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຮົວ​ເຫວ​ໃຫ້​ກຽດ​ເຂົ້າ​ຮ່ວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ