ພິ​ທີ​ມອບ​ເຄື່ອງ​ໃຊ້​ຫ້ອງ​ການ​ຈາກ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ໃຫ້ມະ​ຫາ​ວິ​ທະຍາ​ໄລ​ແຫ່ງຊາດ

(GMT+08:00) 2011-10-26 20:24:41     cri

ຕາມ​ຂ່າວCRI:ຕອນບ່າຍວັນທີ 26 ຕຸລານີ້, ທ່ານນາງປູຈຽນກົວ,ເອກອັກຄະລັດຖະ​ທູດ​ຈີນ​ປະ​ຈຳ​ລາວ​ໄດ້​ມອບ​ເຄື່ອງ​ໃຊ້​ຫ້ອງ​ການ​ລວມ​ເປັນ​ມູນ​ຄ່າ 13.500 ​ໂດ​ລາ​ສະ​ຫະ​ລັດ​ໃຫ້ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ.


ການ​ມອບ-ຮັບ​ຄງນ​ແມນ​ສະ​ຖານ​ທູດ​ຈີນ​ຕາງ​ໜ້າ​ຫ້ອງ​ການ​ສອນ​ພາ​ສາ​ຈີນ​ສຳ​ລັບ​ຄົນ​ຕ່າງປະ​ເທດ​ແຫ່ງ​ຊາດຈີນ ​ມອບ​ໃຫພາກ​ວິຊາ​ພາສາຈີນ,​ຄະ​ນະ​ອັກ​ສອນ​ສາດ, ມະ​ຫາ​ວິທະຍາໄລແຫ່ງຊາດ ​ໂດຍ​ມີທານ​ສ.ຈ ດ.ຣ ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ, ກຳມະການ​ສູນ​ກາງ​ພັກ, ອະທິການ​ບໍດີ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ​ເປັນ​ຜູ​ຮັບ ຊຶ່ງເຄື່ອງຊ່ວຍເຫຼືອ ລວມ​ມີຄ​ອມ​ພິວເຕີ ໂທ​ລະ​ພາບ ເຄື່ອງ​ພິມ ກ້ອງ​ຖ່າຍ​ຮູບ ກ້ອງ​ຖ່າຍ​ວິດີ​ໂອ ແລະ​ປຶ້ມຕຳ​ລາ​ຮຽນ​ພາ​ສາ​ຈີນອີກ 400 ຫົວ.

ໃນພິທີ,ທານ​ສ.ຈ ດ.ຣ ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ, ກຳມະການ​ສູນ​ກາງ​ພັກ, ອະທິການ​ບໍດີ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ ຊ່ວຍ​ເຫຼືອ​ຈາກ​ລັດ​ຖະ​ບານ​ຈີນ​ຕະ​ຫຼອດ​ມາ. ທ່ານ​ເວົ້າ​ວ່າ,ປະ​ຈຸບັນ ຄົນ​ລາວ ໂດຍ​ສະ​ເພາະ​ຊາວ​ໜຸ່ມ​ຮູ້ຄວາມ​ສຳ​ຄັນ​ທີ່​ຮຽນ​ພາ​ສາ​ຈີນ,​ເຂົ້າ​ໃຈ​ບົດ​ບາດ​ການ​ຮຽນ​ພາ​ສາ​ຈີນ​ໃນ​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະພາບ​ອັນ​ເປັນມູນ​ເ​ຊື້ອ ແລະ​ການ ຮ່ວມ​ມືດ້ານ​ຕ່າງໆ​ລະຫວ່າງ​ສອງ​ຊາດ​ລາວ​ຈີນ,ຈຳ​ນວນ​ຄົນ​ຮຽນ​ພາ​ສາ​ຈີນ​ນັບ​ມື້ ນັບ​ເພີ່ມ​ຂຶ້ນ. ການ​ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້ ເປັນການ​ສະໜັບສະໜູນ ສົ່ງ​ເສີມ​ການ​ຮຽນ-ການ​ສອນ​ພາສາ​ຈີນ ​ແລະ​ສງເສີມວັດ​ທະນະ​ທຳ​ຂອງ​ສອງ​ປະ​ເທດ​ຈີນ​ລາວ​ໃນ​ຂົງ​ເຂດ​ການ​ສຶກສາ.ຫວັງ​ວ່າ ມິດ​ຕະ​ພາບ​ລາວ​ຈີນ​ໝັ້ນ​ຄົງ​ທະ​ນົງ​ແກ່ນ ຕະ​ຫຼອດ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ