ອັດຕາ​ປົກ​ຫຸ້ມປ່າ​ໄມ້​ຂອງ​ຈີນ​ສູງ​ເຖິງ 20,36%

(GMT+08:00) 2011-10-26 16:03:53     cri

ວັນ​ທີ 25 ຕຸລາ​ນີ້, ທ່ານ​ໂຈ່​ວ​ເຊີ່ງ​ຊຽນ ລັດຖະມົນຕີ​ວ່າການ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ​ກ່າວ​ວ່າ, ​ໃນ 5 ປີ​ຜ່ານ​ມາ​ນີ້, ຈີນ​ສືບ​ຕໍ່​ອອກ​ແຮງ​​ໃນ​ການປົກ​ປັກ​ຮັກສາຊີວະ​ພາບ ​ແລະ ອະນຸລັກ​ສິ່ງ​ແວດ​ລ້ອມ​ຊົນ​ນະ​ບົດ, ​ເຮັດ​ໃຫ້​ເນື້ອ​ທີ່ປ້ອງ​ກັນນ້ຳ​ເຊາະ​ດິນ​​ເຈື່ອນ​ໂດຍ​ລວມທົ່ວ​ປະ​ເທດ​ຈີນ​ມີ 2 ​ແສນ 3 ໝື່ນ​ກິ​ໂລ​ຕາ​ແມັດ, ປູກ​ຕົ້ນ​ໄມ້​​ໃຫ້​ເປັນປ່າ 25 ລ້ານ 2 ​ແສນ 9 ໝື່ນ​ເຮັກຕາ, ອັດຕາ​ປົກ​ຫຸ້ມປ່າ​ໄມ້​ສູງ​​ເຖິງ 20,36%.

ທ່ານ​ໂຈ່​ວ​ເຊີ່ງ​ຊຽນຍັງ​ກ່າວ​ວ່າ, ຈີນ​ໄດ້​ສ້າງ​ເຂດ​ສະຫງວນ​ທຳ​ມະ​ຊາດປະ​ເພດ​ຕ່າງໆ 2588 ​ແຫ່ງ, ກວມ 14,9% ຂອງ​ເນື້ອ​ທີ່​ປະ​ເທດ​ຈີນ, ​ແລະ​ໄດ້​ປະ​ຕິ​ບັດ​ໂຄງການ​ປັບປຸງຊີວະ​ພາ​ບທາງທະ​ເລ​ທີ່​ໃກ້ຝັ່ງທະ​ເລ. ການ​ເງິນ​ສູນ​ກາງ​ຈີນນຳ​ໃຊ້ງົບປະມານ 4 ຕື້​ຢວນ​ເພື່ອ​ອະນຸລັກ​ສິ່ງ​​ແວດ​ລ້ອມ​ຊົນນະ​ບົດ, ຊຸກ​ຍູ້ທ້ອງ​ຖິ່ນຕ່າງໆ​ລົງທຶນ 8 ຕື້​ກວ່າ​ຢວນ,ມີ 24 ລ້ານ​ຄົນ​ທີ່​ຢ່​ເຂດູ​ຊົນນະບົດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ