ຄະ​ນະ​ຜູ້​ແທນ​ຕຳຫຼວດ​ຈີນສຳ​ຫຼວດ​ສະຖານ​ທີ່​ເກີດ​ເຫດການ​ຫຼອນ​ໂຈມ​ຕີ​ຕາມ​ແມ່​ນ້ຳຂອງ

(GMT+08:00) 2011-10-27 12:15:09     cri
ຕອນ​ເຊົ້າ​ວັນ​ທີ26ຕຸລາ​ນີ້, ຄະນະ​ຜູ້​ແທນ​ຕຳຫຼວດ​ຈີນ​ໄດ້​ເດີນທາງ​ໄປ​ຈັງ​ຫວັດ​ຊຽງ​ລາຍ​ທາງ​ພາກ​ເໜືອ​ຂອງ​ໄທ, ​ແລະ​ສຳ​ຫຼວດ​ສະ​ຖານ​ທີ່​ເກີດ​ເຫດການ​ເຮືອຂົນ​ສົ່ງ​ສິນຄ້າ​ຈີນ​ຖືກ​ຫຼອນ​ໂຈມ​ຕີ​ຈົນ​ເຮັ​ດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢູ່​ຕາມ​ລຳແມ່​ນ້ຳຂອງ​ໃນ​ວັນ​ທີ5ຕຸລາ​ນີ້.

ຄະນະ​ຜູ້​ແທນ​ຕຳຫຼວດ​ຈີນ​ໄດ້​ຮັບ​ຟັງ​ການລາຍ​ງານ​ສະ​ພາບການ​ສືບ​ສວນ​ຄະດີ​ຂອງ​ຕຳຫຼວດ​ໄທ, ​ແລະ​ສຳ​ຫຼວດ​ສະ​ຖານ​ທີ່​ເກີດ​ເຫດ​ແລະ​ເກັບ​ກຳ​ຫຼັກ​ຖານ​ທີ່​ກ່ຽວຂ້ອງ​​ໂດຍ​ມີ​​ເຈົ້າ​ໜ້າ​ທີ່​ຝ່າຍ​ໄທ​ເຂົ້າ​ຮ່ວມ​ນຳ.

ທ່ານ​ຈ່າງ​ຊີ່ນ​ເຟີ່ງ, ລັດຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ສັນ​ຕີ​ບານ​ໄດ້​ຢັ້ງຢືນ​ວຽກ​ງານ​ສືບ​ສວນ​ຄະດີ​ທີ່​ເອົາ​ຈິງ​ເອົາ​ຈັງ​ແລະ​ຮອບ​ຄອບ​ຂອງ​ຕຳຫຼວດ​ໄທ, ​ແລະ​ກ່າວ​ວ່າ​ນັກວິ​ຊາການ​ສືບ​ສວນ​ຄະດີ​ອາດ​ຍາ​ແລະ​ພິສູດ​ຫຼັກຖານ​ໃນ​ຄະນະ​ຜູ້​ແທນ​ຈີນ​ຈະ​ສືບ​ຕໍ່​ປະ​ສານ​ງານ​ກັບ​ໜ່ວຍສືບ​ສວນ​ຄະດີ​ຂອງ​ຕຳຫຼວດ​ໄທ.

ວັນ​ທີ5ຕຸລາ​ນີ້, ​ເຮືອ​ບັນທຸກ​ສິນຄ້າ​ສອງ​ລຳ​ຂອງຈີນ​ຖືກ​ຄົນ​ຮ້າຍ​ກຸ່ມ​ໜຶ່ງຫຼອນ​ໂຈມ​ຕີ​ຢູ່​ເຂດ​ນ້ຳ​ສາມ​ຫຼ່ຽມ​ຄຳຕາມ​ລຳ​ແມ່​ນ້ຳຂອງ, ​ເຮັດ​ໃຫ້ລູກ​ເຮືອ​ຈີນ13ຄົນ​ເສຍ​ຊີວິດ. ຄະນະ​ຜູ້​ແທນ​ຕຳຫຼວດ​ຈີນ​ທີ່​ນຳ​ໂດຍ​ທ່ານ​ຈ່າງ​ຊີ່​ນ​ເຟີ່ງ, ລັດຖະ​ມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ສັນຕິ​ບານ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ໄທ​ໃນ​ວັນ​ທີ23ຕຸລາ​ນີ້, ​ແລະ​ເລີ່​ມຮ່ວມ​ມື​ກັບ​ຕຳຫຼວດ​ໄທ​ໃນ​ການ​ສືບ​ສວນ​ຄະດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ