ປະທານາທິບໍດີ​ສ.​ເກົາຫຼີ​ຕ້ອນຮັບ​ທ່ານ​ລີ​ເຄີ້ສຽງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ

(GMT+08:00) 2011-10-27 15:57:52     cri
ວັນ​ທີ26​ຕຸລາ​ນີ້,ຢູ່​ຊົນ​ວາ​ເຕນະຄອນ ຫຼວງ​ເຊ​ອຸ່ນ​ຂອງ​ສ.​ເກົາຫຼີ,ທ່ານ​ລີ​ມຽງ​ບັກ ປະທານາທິບໍດີ​ສ.​ເກົາຫຼີ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ​ລີ​ເຄີ້ສຽງ ຮອງ​ນາຍົກລັດຖະມົນ​ຕີຈີນ​ທີ່​ພວມ​ຢ້ຽມຢາມສ.​ເກົາຫຼີ.

ທ່ານ​ລີ​ເຄີ້ສຽງ​ກ່າວ​ວ່າ,ຈີນ​ຈະ​ສືບ​ຕໍ່​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ສ.​ເກົາຫຼີຈາກ​ດ້ານ​ຍຸດ​ທະ​ສາດ​ແລະ​ສາຍຕາ​ທີ່​ເບິ່ງ​ກວ້າງ​ມອງ​ໄກ,ຍິນ​ດີ​ພ້ອມ​ກັບສ.​ເກົາ​ຫຼີ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ​​ເພື່ອ​ລົງ​ເລິກ​ການ​ແລກປ່ຽນ​ແລະ​ການຮ່ວມ​ມື​ກັນ​ຕື່ມ​ອີກ​ໃນ​ຂົງ​ເຂດ​ຕ່າງໆ,ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດສືບ​ຕໍ່​ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວ​ກ້າວ​ໄປ​ຂ້າງໜ້າພາຍ​ໃຕ້​ສະຖາ​ນະ​ການ​ໃໝ່,ປະກອບສ່ວນອັນ​ຕັ້ງໜ້າ​ເພື່ອຊຸກ​ຍູ້​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແລະ​ຮ່ວມ​ກັນ​ພັດທະນາ​ແລະ​ສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.

ເມື່ອ​ເວົ້າ​ເຖິງ​ສະຖານະ​ການຢູ່​ແຫຼມ​ເກົາຫຼີ,ທ່ານ​ລີ​ມຽງ​ບັກ​ກ່າວ​ວ່າ,ສ.​ເກົາຫຼີ​ຍິນ​ດີ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​​​ແຫຼມ​ເກົາຫຼີ,ຊຸກ​ຍູ້​ຂະ​ບວນການ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນີວ​ເຄຼຍ.ສ.​ເກົາຫຼີ​ຫວັງ​ຢາກ​​ເຈລະຈາ​ກັບສປປ​ເກົາຫຼີ​ດ້ວຍ​ທ່າ​ທີ​ທີ່​ຄຳ​ນຶງ​ເຖິງ​ຜົນ​ປະ​ໂຫຍ​ດຕົວ​ຈິງ,ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ເກົາຫຼີ​ໃຫ້​ດີ​ຂຶ້ນ.

ທ່ານ​ລີ​ເຄີ້ສຽງ​ກ່າວ​ວ່າ,ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ທຳ​ຄວາມ​ພະຍາຍາມ​ຕື່ມ​ອີກ,ສືບ​ຕໍ່ຮັກສາ​ແລະ​ປັບປຸງ​ທ່າ​ອ່ຽງທີ່ດີ​ໃນ​ການ​ເຈ​ລະ​ຈາ​ຕະ​ຫຼອດ​ໄປ,​ພະ​ຍາ​ຍາມ​ໃຫ້​ຈັດ​ການ​ເຈ​ລະ​ຈາ​6ຝ່າຍ​ຄືນ​ໃໝ່,​ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ​ຢ່າງ​ແທ້​ຈິງ,ບັນລຸ​ເປົ້າ​ໝາຍ​ທີ່​ແຫຼມ​ເກົາ​ຫຼີ​ປອດ​ນີວ​ເຄຼຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ