ທ່ານ​ລີ​ເຄີ້ສຽງ ຮອງ​ນາຍົກລັດຖະມົນຕີຈີນວາງສະ​ເໜີ4​ຂໍ້​ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ-ສ.​ເກົາຫຼີ

(GMT+08:00) 2011-10-27 17:05:34     cri
ໃນ​ເວລາ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ກິ່ມຮວາງ​ຊິກ ນາຍົ​ກລັດຖະມົນຕີ​ສ.​ເກົາຫຼີ​ໃນ​ວັນ​ທີ26​ຕຸລາ​ນີ້​ຢູ່​ນະຄອນຫຼວງ​ເຊ​ອຸ່ນ,ທ່ານ​ລີ​ເຄີ້ສຽງ ຮອງ​ນາ​ຍົກ​ລັດ​ຖະມົນຕີຈີນກ່າວ​ວ່າ,ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບສ.​ເກົາ​ຫຼີ,​ແລະ​ຖື​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່ໝັ້ນ​ທ່ຽງ​ຍາວ​ນານ​ແລະ​ຕ່າງ​ຝ່າ​ຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເປັນ​ສິ່ງ​ທີ່​ສຳ​ຄັນ​ໃນ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ.ຈີນ​ຍິນ​ດີ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບສ.​ເກົາ​ຫຼີ,​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຕ່າງໆ,​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ໃໝ່​ໃຫ້​ຂະຫຍາຍຕົວ​ກ້າວ​ສູ່​ລະດັບ​ສູງ​.

ກ່ຽວ​ກັບ​ການ​ເສີມ​ຂະຫຍາຍການ​ພົວພັນ​ລະຫວ່າງ​ຈີນ​ກັບສ.​ເກົາຫຼີ,ທ່ານ​ລີ​ເຄີ້ສຽງ​ມີ​ຂໍ້​ສະ​ເໜີ4​ຂໍ້​ຄື,ອັນທີ​ໜຶ່ງ,ຮັກສາ​ການ​ແລກປ່ຽນ​ຢ້ຽມຢາມ​ຊຶ່ງ​ກັນ​​ແລະ​ກັນລະຫວ່າງ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ.​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ ​ລັດຖະບານ,ສະພາ​ແລະ​ພັກ​ການ​ເມືອງຂອງ​ສອງ​ປະ​ເທດ,ກຳ​ແໜ້ນ​ທ່າ​ອ່ຽງລວມ​ແຫ່ງ​ມິດຕະພາບ​ແລະ​ການ​ຮ່ວມ​ມື​​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.ອັນ​ທີ​ສອງ​ແມ່ນ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ,​ເພີ່ມ​ທະວີ​ການ​ປະສານ​ງານ​ທາງ​ດ້ານ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຈຸດ​ສຸມ​ເຊັ່ນ​ການ​ທະນາຄານ,ການ​ຈໍ​ລະ​ຈອນ​ສິນ​ຄ້າ,​ເຕັກ​ໂນ​ໂລ​ຊີ​ສູງ,ການ​ປະ​ຢັດ​ພະ​ລັງ​ງານ​ແລະ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ອື່ນໆ,​ເພີ່​ມປະລິມານ​ການ​ແລກ​ປ່ຽນ​ເງິນ​ຕາ​ລະ​ຫວ່າງ​ສອງ​ປະ​ເທດ​ຈາກ​180​ຕື້​ຢວນ​ເພີ່ມ​ຂຶ້ນ​ເປັນ360​ຕື້​ຢວນ.ຊຸກ​ຍູ້​ໃຫ້​ເລີ່​ມຕົ້ນ​ການ​ເຈລະຈາ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ເຂ​ດການ​ຄ້າ​ເສລີ​ໂດຍ​ໄວ.ອັນ​ທີ​ສາມ,​ເປີດ​ກວ້າງ​ການ​ແລກປ່ຽນ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ສັງ​ຄົມ,​ຮັດ​ແໜ້ນ​ພື້ນ​ຖານ​ມິດ​ຕະພາບ​ລະ​ຫວ່າງ​ປະຊາຊົນ​ສອງ​ຊາດຂຶ້ນ​ຕື່ມ.ຖື​ໂອ​ກາດ​ທີ່ຈີນ​ແລະ​ສ.​ເກົາ​ຫຼີ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບຮອບ​20​ປີ​ໃນ​ປີໜ້າ,​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດ​ຕະ​ພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ.​ເລີ່​ມ​ແຕ່​ປີ2012​ເປັນ​ຕົ້ນ​ໄປ,​ຈີນ​ຈະ​ເຊີນ​ຊາວ​ໜຸ່ມ​ສ.​ເກົາ​ຫຼີ​ໄປ​ຢ້ຽມ​ຢາມ​ຈີນ​ໃຫ້​ເພີ່ມ​ຂຶ້ນ​ປີ​ລະ​300​ຄົນ​ແລະ​ຈະ​ສົ່ງ​ຄູ​ສອນ​ພາ​ສາ​ຈີນ1400​ຄົນ​ໄປສ.​ເກົາຫຼີ​ກ່ອນ​ປີ2015.ອັນ​ສຸດ​ທ້າຍ​ແມ່ນເພີ່ມ​ທະວີ​ການ​ປະສານ​ງານ​ລະຫວ່າງ​ຫຼາຍ​ຝ່າຍ,​ເພີ່ມ​ທະວີ​ການ​ປະສານ​ສົມ​ທົບ​ກັນ​ລະຫວ່າງ​ຈີນ.ຍີ່​ປຸ່ນ​ແລະ​ສ.​ເກົາ​ຫຼີ,ລະຫວ່າງ​ອາ​ຊຽນ​ບວກ​3​ແລະປະສານ​ສົມທົບ​ກັນ​ໃນ​ການ​ກໍ່ສ້າງ​ອາຊີ​ຕາ​ເວັນ​ອອກ​ເຊື່ອມ​ໂ​ຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ