ຈີນ​ເຜີຍ​ແຜ່​ປື້​ມ​ປົກ​ຂາວ​ແນະນຳ​ລະບົບ​ກົດຫມາຍ​ສັງຄົມ​ນິຍົມທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ

(GMT+08:00) 2011-10-27 11:37:24     cri

ວັນ​ທີ 27 ຕຸລາ​ນີ້, ຫ້ອງການ​ຖ​ະ​ແຫລ​ງຂ່າວ​ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່​ປື້​ມປົກ​ຂາວ​ຢູ່​ນະຄອນຫລວງປັກ​ກິ່ງ, ​ໄດ້​​ແນະນຳ​ການ​ຈໍ່​ຕົວ​ຂຶ້ນ, ສ່ວນ​ປະກອບ​ແລະ​ຈຸດ​ພິ​ເສດ​ຂອງ​ລະບົບ​ກົດຫມາຍ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ຢ່າງຮອບດ້ານ.

ອີງ​ຕາມ​ປື້​ມ​ປົກ​ຂາວ​ເຫລັ້ມນີ້, ນັບ​ມາ​ຮອດ​ທ້າຍ​ເດືອນ​ສິງຫາ​ປີ 2011, ຈີນ​ໄດ້​ສ້າງ​ແລະ​ປະຕິບັດ​ລັດຖະທຳ​ມະນູ​ນ​ແລະ​ກົດຫມາຍ​ທັງ​ຫມົດ 240 ສະບັບ,ກົດ​ລະບຽບດ້ານ​ການປົກຄອງ 706 ສະບັບ, ກົດ​ລະບຽບ​ການປົກຄອງ​ທ້ອງ​ຖີ່​ນ 8600 ກວ່າ​ສະບັບ, ​​ໄດ້​ສ້າງ​ກົດຫມາຍ​ທີ່​ກ່ຽວ​ພັນ​ເຖິງ​ການ​ພົວພັນ​​ໃນສັງຄົມ​, ​ເຮັດ​ໃຫ້​ລະບົບ​ກົດຫມາຍ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໄດ້​ຈໍ່​ຕົວ​ເປັນ​ຮູບ​ເປັນ​ຮ່າງຂຶ້ນ.

ປື້​ມປົກ​ຂາວ​ຊີ້​ອອກ​ວ່າ, ການ​ສ້າງ​ລະບົບ​ກົດຫມາຍ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໄດ້​ແກ້​ໄຂ​ບັນຫາ​ທີ່​ມີ​ຄວາມ​ອ້າງອີງ​ໃສ່​ດ້ານ​ກົດຫມາຍ​​ໂດຍ​ລວມ, ທັງ​ໄດ້​ວາງ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ພົ້ນ​ເດັ່ນ​ແລະ​ຮີບ​ດ່ວນ​ກວ່າ​ເກົ່າ​ໃນ​ການ​​ແກ້​ໄຂ​ບັນຫາ​ຕາມ​ກົດຫມາຍ, ປະຕິບັດ​ກົດຫມາຍ​ຢ່າງ​ເຄັ່ງ​ຄັດ​ແລະ​ລົງ​ໂທດ​ກໍລະນີ​ທີ່​ກະທຳ​ຜິດ​ຕາມ​ກົດຫມາຍ.ຈີນ​ຈະ​ຕັ້ງຫນ້າ​ໃຊ້​ມາດ​ຕະການ​ທີ່​ມີຜົນ, ຮັບປະກັນ​ໃຫ້ການ​ປະຕິບັດ​ລັດຖະທຳ​ມະນູນ​ແລະ​ກົດຫມາຍ​ຕ່າງໆ​ດຳ​ເນີນ​ໄປ​ຢ່າງມີຜົນສັກສິດ, ​ເລັ່ງລັດ​ຊຸກ​ຍູ້​ການ​ປົກຄອງ​ປະ​ເທດ​ຕາມ​ກົດມຫາຍ, ສ້າງສາ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ປົກຄອງ​ດ້ວຍ​ກົດຫມາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ