ຈີນ​ກ່າວ​ເນັ້ນອີກ​ວ່າການ​ຫັນ​ບັນຫາ​ເສດຖະກິດ​ການ​ຄ້າ​​ເປັນ​ບັນຫາການ​ເມືອງ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ພາຍ​ໃນ​ປະ​ເທດ​ຂອງ​ເຂົາ

(GMT+08:00) 2011-10-27 17:16:43     cri
ວັນ​ທີ26ຕຸລາ​ນີ້, ທ່ານ​ນາງ​ຈ່ຽງຢີ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ເນັ້ນ​ອີກ​ເທື່ອ​ໜຶ່ງ​ວ່າ, ການ​ຫັນ​ເອົາບັນຫາ​ເສດຖະກິດ​ການ​ຄ້າ​ຫັນ​ເປັນບັນຫາ​ການ​ເມືອງນັ້ນ​ແມ່ນ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ພາຍ​ໃນ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ​ໄດ້,ມັນມີ​ແຕ່​ຈະ​ເປັນ​ການທຳລາຍ​ການ​ຮ່ວມ​ມືທາງ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​​ອາ​ເມ​ລິ​ກາ​ເທົ່າ​ນັ້ນ.

ມື້​ດຽວ​ກັນ, ໃນ​ກອງ​ປະຊຸມ​ຂ່າວ ນາງ​ຈ່ຽງຢີຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ວ່າ,ນັບ​ແຕ່​ການ​ປະຕິ​ຮູບ​ກົນ​ໄກ​ປະກອບ​ຂຶ້ນອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ເປັນ​ຕົ້ນ​ມາ,​ເງິນ​ຢວນຈີນ​ໄດ້​​ແຂງ​ຄ່າ​ຢ່າງ​ຫຼວງ​ຫຼາຍ,ຈັງຫວະ​ແຂງ​ຄ່າ​ໄລ່​ລວມ​ຕໍ່​​ໂດ​ລາ​ສະຫະລັດ​ມີຮອດ 30%,​ໃກ້​ຈະ​ຮອດ​ລະດັບ​ສະ​ເລ່ຍທີ່​ສົມ​ເຫດ​ສົມ​ຜົນ. ຈີນ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ປະຕິ​ຮູບ​ລະບົບ​ອັດຕາ​ແລກປ່ຽນ​ເງິນຕາ​ຢ່າງ​ໝັ້ນ​ທ່ຽງ,​ແຕ່​ນີ້​ແມ່ນ​ຂະ​ບວນການທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ,​ເງິນ​ຢວນຈີນ​ແຂງ​ຄ່າ​ຢ່າງ​ຫຼວງ​ຫຼາຍ​ໃນ​ໄລຍະ​ສັ້ນ​ແມ່ນ​ບໍ່​ສົມ​ເຫດ​ສົມ​ຜົນ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ