ເຮືອບິນ​ສູ້​ຮົບ​ຂອງຍີ່​ປຸ່ນສອດ​ແນມ​ຈີນ​ເລື້ອຍ​ໆ​ນັ້ນແມ່ນກົກ​ເຄົ້າ​ທີ່​ສ້າງບັນຫາທາງ​ດ້ານຄວາມ​ປອດ​ໄພ​ທາງ​ທະ​ເລ​ແລະ​ທາງ​ອາກາດ​ລະຫວ່າງ​ຈີນ-ຍີ່​ປຸ່ນ

(GMT+08:00) 2011-10-27 17:30:09     cri

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ຕຸລາ​ນີ້, ທ່ານ​ຢາງອີ​ຈຸ່ນ ​ໂຄສົກ​ກະຊວງ​ປ້ອງ​ກັນປະ​ເທດຈີນ​ກ່າວ​ວ່າ, ການ​ທີ່ເຮືອບິນ​ສູ້​ຮົບ​ຂອງຍີ່​ປຸ່ນ​ໄດ້​ບິນສອດ​ແນມຈີນ​ເລື້ອຍ​ໆ​​ໄດ້​ທຳລາຍ​ຜົນ​ປະ​ໂຫຍ​ດທາງ​ດ້ານຄວາມ​ປອດ​ໄພ​ຂອງ​ຈີນ, ລົບ​ກວນການ​ເຝິກຊ້ອມ​ທີ່​ກ່ຽວຂ້ອງ​ຂອງ​ຝ່າຍ​ຈີນ​ຢ່າ​ງໜັກໜ່ວງ, ​ແລະ​ສ້າງ​ຜົນ​ກະທົບຕໍ່​ຄວາມ​ປອດ​ໄພຂອງເຮືອບິນ​ຂອງ​ຈີນ, ນັ້ນ​ແມ່ນກົກ​ເຄົ້າ​ທີ່​ສ້າງບັນຫາທາງ​ດ້ານຄວາມ​ປອດ​ໄພ​ທາງ​ທະ​ເລ​ແລະ​ທາງ​ອາກາດ​ລະຫວ່າງ​ຈີນ​-​ຍີ່​ປຸ່ນ.


ທ່ານ​ຢາງອີ​ຈຸ່ນ​ກ່າວ​ວ່າ, ​ໃນ​ຫຼາຍ​ປີ​ມາ​ນີ້, ​ການ​ສອດ​ແນມ​ຈີນ​ຢູ່​ທະ​ເລ​ຈີນ​ຕາ​ເວັນ​ອອກ​ຂອງເຮືອ​ບິນກອງ​ປ້ອງ​ກັນ​ຕົວຍີ່​ປຸ່ນ​ໄດ້​ເພິ່ມຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຕາມສະຖິຕິ, ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ກັນຍາປີ​ນີ້, ​ເຮືອບິນຂອງ​ກອງ​ປ້ອງ​ກັນ​ຕົວ​ຍີ່​ປຸ່ນ​ໄດ້​ບິນສອດ​ແນມ​ເຂດ​ທະ​ເລ​​ໃກ້​ຈີນ​ໄດ້​ເພິ່ມຂຶ້ນ 44% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.

ທ່ານ​ຢາງອີ​ຈຸ່ນ​ກ່າ​ວວ່າ, ຝ່າຍ​ຈີນ​ຫວັງ​ໃຫ້​ຍີ່​ປຸ່​ນ​ສະ​ແດງ​ຄວາມ​ຮັບ​ຜິດ​ຊອບ, ​ປະຕິບັດ​ມາດ​ຕະການ​ທີ່​ມີຜົນ, ຫຼີກ​ເວັ້ນ ​ແລະ ປ້ອງ​ກັນ​ບໍ່​ໃຫ້​​ເກີດອຸປະຕິ​ເຫດ​ເທິງ​ທະ​ເລແລະອາກາດ​ ​ແລະ ​​ເກີດ​ມີເຫດການທີ່​ຄາດ​ບໍ່​ເຖິງ​ ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ