ຈີນ​ກ່າວ​ວ່າ​ຝ່າຍ​ຕ່າງໆ​ຄວນ​ຮ່ວມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ​ຮັກສາ​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ທະ​ເລ​ຈີນ​ໃຕ້

(GMT+08:00) 2011-10-27 17:47:51     cri

ຕາມ​ຂ່າ​ວສານ​ຈີນ:​ຢູ່​ກອງ​ປະຊຸມ​ຂ່າວທີ່​ຈັດ​ຂຶ້ນ​ໃນວັນ​ທີ 26 ຕຸລາ​ນີ້,ທ່ານ​ຢາງອີ​ຈຸ່ນ ​ໂຄສົກ​ກະຊວງ​ປ້ອງ​ກັນປະ​ເທດຈີນ​ກ່າວ​ກ່ຽວ​ກັບ​ບັນຫາ​ທີ່​ຟິລິບ​ປິນ​ໄດ້ກັກ​​ເຮືອ​ປະມົງນ້ອຍ​ຂອງ​ຈີນ​ໃນ​ຫວ່າງ​ມໍ່​ໆ​ນີ້ວ່າ, ຝ່າຍ​ຕ່າງໆ​ຄວນ​ຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ​ຫຼາຍ​ກວ່າ​ເກົ່າ​ໃນ​ການຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​​ເຂດ​ທະ​ເລ​ຈີນ.

ຫວ່າງ​ມໍ່ໆ​ນີ້, ຟິລິນ​ປິນ​ໄດ້​ກັກ​ເຮືອ​ປະມົງ​ນ້ອຍ​ຫຼາຍ​ລຳ​ຂອງຈີນ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ​ນານ​ຊ່າ​ຂອງ​ຈີນ, ​ແລະ​ມີ​ຂ່າວ​ລື​​ວ່າ​ຟິ​ລິບ​ປິນ​ຈະ​ແກ້​ໄຂ​ເຮືອ​ປະ​ມົງ​ເຫຼົ່າ​ນີ້​ຕາມ​ລະ​ບຽບ​ກົດ​ໝາຍ.​ທ່ານ​ຢາງອີ​ຈຸ່ນ​ຊີ້​ອອກ​ວ່າ,​ສັນ​ຕິ​ພາບ​ແລະ ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້​ບໍ່​ພຽງ​ແຕ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຈີນ​ເທົ່າ​ນັ້ນ​ແຕ່​ຍັງ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຕື່ມ​ອີກ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ​ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ນີ້​ຝ່າຍ​ຕ່າງໆ​ຄວນ​ພ້ອມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ​ຫຼານ​ກວ່າ​ເກົ່າ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ