ທ່ານ​ຫູ​ຈີນ​ທ່າວ​ໂທລະ​ສັບແລກປ່ຽນ​ຄວາມ​ຄິດ​ເຫັນ​ກັບ​​ທ່ານ​ຊາ​ໂກ​ຊີ

(GMT+08:00) 2011-10-28 14:52:12     cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 27 ຕຸລາ​ນີ້​, ທ່ານ​ຫູ​ຈີນ​ທ່າວ, ປະທານ​ປະ​ເທດ​ຈີນ​ໄດ້​ໂທລະ​ສັບ​​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນກັບ​ທ່ານນິດ​ໂຄ​ລັສ ​ຊາ​ໂກ​ຊີ, ປະທານາທິບໍດີ​ຝລັ່ງ.

ທ່ານ​ຊາ​ໂກ​ຊີ​ໄດ້​ແຈ້ງ​ສະພາບ​ການ​ທີ່​ກ່ຽວຂ້ອງ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີ​ລົບ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ແລະ​ມາດ​ຕະການ​ຂອງ​ສະຫະພາບ​ເອີ​ລົບ​ກ່ຽວ​ກັບ​ການຮັບ​ມື​ກັບ​ວິ​ກິດ​ການ​ໜີ້​ສິນ, ທ່ານກ່າວ​ວ່າ​ສະຫະພາບ​ເອີລົບ​ໃຫ້​ຄຳໝັ້ນ​ສັນຍາ​ວ່າຈະ​ກ້າວ​ໄປ​ສູ່​ທິດ​ທາງ​ໃໝ່​ທີ່​ຕັ້ງໜ້າ.

ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມG20ທີ່​ຈະ​ຈັດ​ຂຶ້ນ​ຢູ່​ກາ​ນາ​ໃນ​ໄວໆ​ນີ້. ທ່ານ​ຫູ​ຈີນ​ທ່າວ​ກ່າວ​ເນັ້ນ​ວ່າ, ກຸ່ມG20​ໄດ້​ກາຍ​ເປັນ​ເວທີທີ່​ສຳຄັນ​​ໃນ​ການ​ປັບປຸງ​ເສດຖະກິດ​ໂລກ. ຈີນ​ຫວັງ​ວ່າ​ກຸ່ມG20ຈະສືບ​ຕໍ່​ເສີມ​ຂະ​ຫຍາ​ຍຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈດຽວກັນ, ຮ່ວມ​ມື​ກັນ​ໂດຍແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຜ່ານ​ກອງ​ປະຊຸມ​ສຸດ​ຍອດ​ກາ​ນາ​ສົ່ງ​ສັນຍານ​ອັນ​ດີ​ທີ່"ຮັບປະກັນ​ເສດຖະກິດຈະ​ເລີ່​ມ​ເຕີບ​ໂຕ​ແລະ​ຊຸກຍູ້​ຄວາມ​ໝັ້ນ​ທ່ຽງ"ຕໍ່​ປະຊາ​ຄົມ​ໂລກ, ສືບ​ຕໍ່​ຊຸກຍູ້​ໃຫ້​ເສດຖະກິດ​ໂລກ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ, ຕໍ່​ເນື່ອງ​ແລະ​ດຸນ​ດ່ຽງ, ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ເສດຖະກິດ​ເຕີບ​ໂຕ​ຢ່າງ​ແຂງ​​ແຮງ. ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບປະ​ເທດ​ສະມາຊິກ​ຕ່າງໆ, ຊຸກຍູ້​ຈັດ​ກອງ​ປະຊຸມ​​ເພື່ອ​ເປັນ​ກອງ​ປະຊຸມ​ທີ່​ສາມັກຄີ​ກັນ, ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ