ທູດ​ພິ​ເສດ​ຈີນ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຢູ່​ຊີຣີ​ຈົ່ງ​ຢຸດຕິ​ການ​ປະ​ທະ​ກັນ​ແບບ​ນອງ​ເລືອດ​ໂດຍ​ໄວ

(GMT+08:00) 2011-10-28 14:38:52     cri
ວັນ​ທີ27ຕຸລາ​ນີ້, ທ່ານ​ອູຊື່​ເຄີ່, ທູດ​ພິ​ເສດ​ຈີນ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ທີ່​ພວມ​ຢ້ຽມຢາມ​ຊີຣີ​ກ່າວ​ວ່າ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຢູ່​ຊີຣີຄວນຍຶດ​ຖື​ຜົນ​ປະ​ໂຫຍດ​ລວມຂອງ​ຊາດ​ແລະ​ປະຊາຊົນ​ເປັນ​ສິ່ງ​ສຳຄັນ, ຈົ່ງ​ຢຸດຕິ​ການ​ກະທຳ​ດ້ວຍ​ຄວາມ​ຮຸນ​ແຮງ​ແລະ​ການ​ປະ​ທະ​ກັນ​ແບບ​ນອງ​ເລືອດ​ໃນ​ທັນທີ, ຜ່ອນ​ຄາຍ​ສະຖານະ​ການ​ຄວາມ​​ເຄັ່ງ​ຕຶງ​ໂດຍ​ໄວ.

ມື້​ດຽວ​ກັນ, ທ່ານ​ອູ​ຊື່​ເຄີ່​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ຟາຣຸກ ອັນ ຊາຣາ, ຮອງ​ປະທາ​ນາ​ທິບໍດີ​ຊີຣີ​ແລະ​ທ່ານ​ວາລິ​ດ ອັນ ມູອາ​ເລັມ, ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຊີ​ຣີ, ​ໄດ້​ແລກປ່ຽນ​ຄຳຄິດ​ຄຳ​ເຫັນ​ກ່ຽວ​ກັບ​ສະຖານະ​ການ​ຢູ່ຊີ​ຣີ​ໃນ​ປະຈຸ​ບັນ, ທ່ານ​ອູ​ຊື່​ເຄີ່ກ່າວ​ວ່າ, ຈີນ​ເຫັນ​ວ່າ, ລັດຖະ​ບານ​ຊີຣີ​ຄວນ​ເລັ່ງລັດ​ປະຕິບັດ​ຕາມຄຳ​ໝັ້ນ​ສັນຍາ​ຂອງ​ການ​ປະຕິ​ຮູບ, ​ເລີ່​ມຕົ້ນ​ແລະ​ຊຸກ​ຍູ້​ຂະ​ບວນການ​ທາງ​ການ​ເມືອງ​ທີ່​ມີ​ຝ່າຍ​ຕ່າງໆ​ຂອງ​ຊີຣີ​ເຂົ້າ​ຮ່ວມ​ຢ່າງ​ກວ້າງ​ຂວາງ, ຕອບ​ສະໜອງ​ຕາມ​ຄວາມມຸ່ງ​ມາດ​ປາຖະ​ໜາ​ຂອງ​ປະຊາຊົນ​ຊີຣີ. ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງຊີຣີ​ຄວນ​ເຂົ້າ​ຮ່ວມ​ຂະ​ບວນການ​ທາງ​ການ​ເມືອງ​ຢ່າງຮອບ​ດ້ານ​ດ້ວຍ​ທ່າ​ທີ​ສ້າງ​ສັນ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ວຍ​ການ​ເຈລະຈາ​ກັນ, ຊອກ​ຫາ​ເສັ້ນທາງ​ປ່ຽນ​ແປງ​ໃໝ່​ແລະ​ພັດທະນາ​ທີ່​ສອດ​ຄ່ອງ​ກັບ​ສະພາບ​ຄວາມ​​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ. ປະຊາ​ຄົມ​ໂລກ​ຄວນ​ເຄົາລົບ​ອະທິປະ​ໄຕ, ​ເອກະລາດ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊີຣີ, ​ແກ້​ໄຂ​ບັນຫາ​ຊີຣີ​ຢ່າງ​ເໝາະ​ສົມ, ຮ່ວມ​ກັນຊຸກ​ຍູ້​ສະຖານ​ນະ​ການ​ຊີຣີ​ໃຫ້​ຜ່ອນຄາຍ​ລົງ, ຮັກສາ​ສະຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ.

ຊີຣີ​ກ່າວ​ວ່າ, ຊີຣີຊົມ​ເຊີຍ​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນຫາ​ຊີຣີ, ຍິນ​ດີ​ຕັ້ງໜ້າ​ຊຸກ​ຍູ້​ການ​ປະຕິ​ຮູບ​ແລະ​ການ​ເຈລະ​ຈາ, ພະຍາ​ຍາມ​ຕົກລົງ​ຄຳ​ເຫັນ​ທີ່​ເປັນ​ເອກະ​ສັນ​ກັນ​ກັບ​ກຸ່ມ​ປະ​ເທດສັນ​ນິບາດ​ອາຣັບ​ໃນ​ບັນຫາ​ທີ່ກ່ຽວ​ຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ