ການ​ພົບ​ປະ​ສັງ​ສັນ​ແບບ​ສອງ​ຕໍ່​ສອງ​ແລະ​ການ​ວາງ​ສະ​ແດງ​ສິນ​ຄ້າ​ທ່ອງ​ທ່ຽວ​ເປັນ​ຈຸດ​ເດັ່ນ​ຂອງ​ງານ​ຕະ​ຫຼາດ​ນັດ​​ທ່ອງ​ທ່ຽວ​ສາກົນ​ຄຸນ​ມິ​ງ

(GMT+08:00) 2011-10-28 17:32:41     cri
ງານ​ຕະຫຼາດນັດທ່ອງທ່ຽວ​ສາກົນ​ຈີນ2011​ໄດ້​ໄຂ​ຂຶ້ນໃນ​ວັນ​ທີ27ຕຸລາ​ນີ້ ​ຢູ່​ນະຄອນ​ຄຸນ​ມິ​ງຂອງ​ແຂວງ​ຢຸນນານ.​ງານ​ຕະ​ຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ​ຈີນ​2011​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ4​ວັນ,ນັກທຸລະກິດ​ຈີນ​ແລະ​ຕ່າງປະ​ເທດ​ຈະ​ຈັດ​ການ​ວາງ​ສະ​ແດງ​ຜະລິດ​ຕະ​ພັນ​ທ່ອງ​ທ່ຽວ​ຢ່າງຄົບ​ຖ້ວນ​ເຊັ່ນ​ປະຫວັດສາດ​ວັດ​ທະ​ນະ​ທຳ,​ຮີດ​ຄອງ​ປະ​ເພນີ​ຊົນ​ເຜົ່າ,ທິວ​ທັດ​ທຳ​ມະ​ຊາດ​ແລະ​ອື່ນໆ.​ເພື່ອ​ສ້າງ​ເວທີທີ່​ດີກ​ວ່າ​ເກົ່າ​ໃນ​ການ​ແລກປ່ຽນ​ແລະ​ຊື້​ຂາຍ​ຜະ​ລິດ​ຕະ​ພັນ​ໃຫ້​ແກ່​ນັກ​ທຸ​ລະ​ກິດ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​ແ​ລະ​ຕ່າງປະ​ເທດ,ຄະນະ​ຮັບຜິດຊອບ​ຈັດ​ງານ​ຕະ​ຫຼາດ​ນັດ​ປີ​ນີ້​ໄດ້​ຈັດ​ວາງ​ເປັນ​ພິ​ເສດ​ໃຫ້​ນັກ​ທຸລ​ະກິດຝ່າຍຊື້​ແລະ​ຝ່າຍຂາຍນັດ​ພົບ​ປະ​ສັງ​ສັນ​ກັນ​ແບບ​ສອງຕໍ່​ສອງ,ຊຶ່ງ​ໄດ້​ຍົກ​ປະສິດທິພາບ​ໃນ​ການ​ແລກປ່ຽນ​ຊື້​ຂາຍຊຶ່ງ​ກັນ​ແລະ​ກັນ​ໃຫ້​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

ທ່ານ​ຊາວ​ສີ​ເວີຍ ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວ​ໃນ​ພິທີ​ໄຂ​ງານ​ວ່າ,ປະຈຸ​ບັນ,​ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ປັດ​ໄຈ​ຕ່າງໆ​ຄື​ວິ​ກິດ​ການ​ການ​ເງິນ​ສາກົນ​ແລະ​ຄວາມ​ໝັ້ນຄົງ​ໃນຮູບ​ແບບ​ເກົ່າ​ແລະ​ຄວາມ​ໝັ້ນຄົງ​​ໃນຮູບ​ແບບ​ໃໝ່​ຕ່າງໆ​ນາໆ,ຄວາມ​ບໍ່​ແນ່ນອນ​ໃນ​ການ​ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ​ທົ່ວ​ໂລກ​ພວມ​ເພີ່ມ​ຫຼາຍ​ຂຶ້ນ.​ລັດ​ຖະ​ບານ​ຈີນ​ມີ​ທັດ​ສະ​ນະ​ໃນ​ຄວາມ​ຮັບ​ຜິດ​ຊອບ​ມາ​ໂດຍ​ຕະ​ຫຼອດ,​ບໍ່​ໄດ້​ປ່ຽນ​ແປງ​ນະ​ໂຍບາຍ​ໃນ​ການ​ສົ່ງ​ເສີມ​ໃຫ້​ພົນ​ລະ​ເມືອງ​ຈີນ​ໄປ​ທ່ຽວ​ຢູ່​ຕ່າງ​ປະ​ເທດ.​ວົງ​ການ​ທ່ອງ​ທ່ຽວ​ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມືກັບ​ວົງ​ການ​ທ່ອງ​ທ່ຽວ​ໃນ​ທົ່ວ​ໂລກ,​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ,​ຮ່ວມ​ກັນ​ຊຸກ​ຍູ້​ຂະ​ແໜງ​ການ​ທ່ອງ​ທ່ຽວ​ທົ່ວ​ໂລກ​ໃຫ້​ຈະ​ເລີ​ນ​ເຕີບ​ໂຕ.

ງານ​ຕະຫຼາດນັດ​ທ່ອງທ່ຽວ​ສາກົນ​ຈີນ​ແມ່ນ​ໜຶ່ງ​ໃນ​ງານ​ວາງສະ​ແດງ​ການທ່ອງທ່ຽວ​ທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ແລະ​ມີ​ຜົນ​ສະທ້ອນ​ກວ້າງຂວາງ​ທີ່​ສຸດ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ,​ໄດ້​ເສີມ​ຂະ​ຫຍາ​ຍບົດບາດ​ອັນ​ຕັ້ງໜ້າ​ໃນ​ການ​ເຜີຍ​ແຜ່​ໂຄ​ສະ​ນາ​ຊັບ​ພະ​ຍາ​ກອນ​ແລະ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຂອງ​ຈີນ,ຊຸກ​ຍູ້​​ໃຫ້​ທຸລະ​ກິດ​ທ່ອງ​ທ່ຽວ​ຈີນ​ແລະ​ທຸ​ລະ​ກິດ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ຕ່າງໆ​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດ​ຕະ​ພາບ​.ງານ​ຕະ​ຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ​ຈີນ​ປີ​ນີ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ​13​ແລ້ວ,​ເນື້ອ​ທີ່​ການ​ວາງ​ສະ​ແດງ​ມີ​ເຖິງ5​ໝື່ນ​ຕາ​ແມັດ,​ມີ​ຮ້ານ​ວາງ​ສະ​ແດງ​ທັງ​ໝົດ​2200​ຮ້ານ,​ໃນ​ນັ້ນ,​ຈີນ​ມີ1700​ກວ່າ​ຮ້ານ,​ຮ້ານ​ວາງ​ສະ​ແດງ​ສາ​ກົນ​ແລະ​ຮ້ານ​ວາງ​ສະ​ແດງ​ນອກ​ແຜ່ນດິນ​ໃຫຍ່​ຈີນ​ມີ400​ກວ່າ​ຮ້ານ.​ເນື້ອ​ໃນ​ຂອງ​ງານວາງສະ​ແດງ​ຄັ້ງ​ນີ້​ໄດ້​ກວມ​ຫຼາຍ​ຂະ​ແໜງ​ການ​ເຊັ່ນ​ບໍລິສັດ​ທ່ອງ​ທ່ຽວ,​ໂຮງ​ແຮມ,​ອົງ​ການ​ທ່ອງ​ທ່ຽວ​ຂອງ​ລັດ​ຖະ​ບານ,​ແຫຼ່ງ​ທ່ອງ​ທ່ຽວ,​ບໍ​ລິ​ສັດ​ການ​ບິນ,​ເວັບ​ໄຊ​ທ່ອງ​ທ່ຽວ​ແລະ​ລະ​ບົບ​ສັ່ງ​ຈອງ​ຊື້​ປີ້​ຍົນ​ແລະ​ໂຮງ​ແຮມ​ແລະ​ອື່ນໆ.ມີ​ນັກ​ທຸ​ລະ​ກິດ​ຈາກ​95​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​.

ການຈຳໜ່າຍ​ເສັ້ນທາງ​ທ່ອງ​ທ່ຽວ​ແລະ​ການ​ຊື້​ຂາຍ​ລະຫວ່າງ​ນັກທຸລະກິດ​ຝາຍ​ຊື້​ແລະ​ຝ່າຍ​ຂາຍ​ແມ່ນ​​ເນື້ອ​ໃນ​ສຳຄັນ​ທີ່​ສຸດ​ຂອງ​ງານ​ຕະຫຼາດນັດ​ທ່ອງທ່ຽວ​ສາກົນ​ຈີນ​ມາ​ໂດຍ​ຕະຫຼອດ.ທ່ານ​ມານ​ຫົງ​ເວີຍ ຫົວໜ້າ​ພະ​ແນ​ກ​ສົ່ງ​ເສີມ​ການທ່ອງທ່ຽວ​ແລະ​ການ​ຮ່ວມ​ມື​ສາກົນ​ຂອງ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ເພື່ອ​ສ້າງ​ເວທີທີ່​ດີກ​ວ່າ​ເກົ່າ​ໃນ​ການ​ແລກປ່ຽນ​ແລະ​ຊື້ຂາຍຜະລິດ​ຕະພັນ​ໃຫ້​ແກ່​ນັກທຸລະກິດ​ທ່ອງທ່ຽວ​ທັງ​ພາຍ​ໃນ​ແ​ລະ​ຕ່າງປະ​ເທດ,ຄະນະ​ຮັບຜິດຊອບ​ການຈັດງານ​ຕະຫຼາດນັດປີ​ນີ້​ໂຮມ​ສູນ​ຈັດ​ໃຫ້​ມີ​ການ​ພົບ​ປະສັງ​ສັນ​ແບບ​ສອງ​ຕໍ່​ສອງ​ລະ​ຫວ່າງ​ນັກ​ທຸ​ລ​ະກິດຝ່າຍຊື້​ແລະ​ຝ່າຍຂາຍ,​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ສອງ​ຝ່າຍ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ແລະ​ເສັ້ນທາງ​ທ່ອງ​ທ່ຽວ​ໃຫ້​ໄດ້​ດີກ​ວ່າ​ເກົ່າ,ຊຸກ​ຍູ້​ການ​ພັດ​ທະ​ນາ​ທຸ​ລະ​ກິດ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າ​ມາ​ທ່ອງ​ທ່ຽວຢູ່ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ