ສະພາ​ຄວາມ​ໝັ້ນຄົງ​ຂອງ​ສ.ປຊຕົກລົງ​ຍົກ​ເລີກ​ເຂດ​ຫ້າມ​ບິນ​ຢູ່​ລີ​ບີ​ແລະ​ຢຸດຕິ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງນາ​ໂຕ

(GMT+08:00) 2011-10-28 17:16:30     cri
ວັນ​ທີ27ຕຸລາ​ນີ້, ສະພາ​ຄວາມ​ໝັ້ນຄົງ​ຂອງສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ມະຕິ​ຕົກລົງ​ຢ່າງ​ເປັນ​ເອກະສັນ​ກັນ,ຕົກລົງ​ຈະ​ຍົກ​ເລີກ​ເຂດ​ຫ້າມ​ບິນ​ຢູ່ລີ​ບີ​​ແຕ່​ເວລາ23​ໂມງ59ນາທີ​ຂອງ​ວັນ​ທີ31ຕຸລາ​ນີ້​ເປັນ​ຕົ້ນ​ໄປ,​ແລະ​ຢຸດຕິ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານຂອງ​ນາ​ໂຕ​ຢູ່​ລີ​ບີ.

ມະຕິ​ຕົກລົງ​ສະບັບ​ນີ້​ແມ່ນ​ຣັດ​ເຊຍ​ເປັນ​ຜູ້​ວາງ​ອອກ​ແລະ​ໄດ້ຍື່ນ​ໃຫ້​ສະຫະ​ປະຊາ​ຊາດຮ່ວມ​ກັບ​ອັງກິດ​. ມະຕິ​ຕົກລົງ​ໄດ້​ຮຽກຮ້ອງ​ຢ່າງ​ຮຸນ​ແຮງໃຫ້​ອຳນາດ​ການ​ປົກຄອງ​ຂອງ​ລີ​ບີ​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ​ຕ່າງໆ​,ປ້ອງ​ກັນ​ການ​ແກ້​ແຄ້ນ,ກັກ​ຕົວ​ໂດຍ​ຕາມ​ລຳພັງ​ໃຈ,ການ​ຕັດສິນ​ລົງ​ໂທດປະຫານ​ຊີວິດທີ່​ບໍ່​ຊອບດ້ວຍ​ກົດໝາຍ.

ມື້​ດຽວ​ກັນ,ທ່ານຣາສມູສ​ເຊ​ນ, ​ເລຂາທິການ​ໃຫຍ່​ນາ​ໂຕ​ກ່າ​ວຢູ່​ແບັກ​ແລັງ​ວ່າ,ສະພາມົນຕີ​ນາ​ໂຕ​ຈະ​ຈັດ​ກອງ​ປະຊຸມ​ຢູ່​ບຼຸກ​ແຊນ​ໃນ​ວັນ​ທີ28ຕຸລາ​ນີ້,​ແລະຈະທຳການ​ຕັດສິນ​ຢ່າງ​​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ລີ​ບີ. ທ່ານ​ຍັງ​ກ່າວ​ວ່າ,ຖ້າ​ລັດຖະບານ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ມີຄວາມ​ຮຽກຮ້ອງຕ້ອງການ,ນາ​ໂຕ​ສາມາດຕອບ​ສະໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ການ​ຂ້າມ​ຜ່ານ​ແບບ​ປະຊາ​ທິປະ​ໄຕ​ຂອງ​ລີບີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ