ແຜນການ​ແກ້​ໄຂ​ວິ​ກິດ​ການ​ໜີ້​ສິນ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ກະ​ຕຸ້ນ​ໃຫ້​ຕະ​ຫຼາດ​ຫຸ້ນ​ນິວ​ຢອກ​ພຸ່ງ​ສູງ​ຂຶ້ນ​ຫຼາຍ

(GMT+08:00) 2011-10-28 17:21:02     cri
ເມື່ອ​ໄດ້ມີ​ການ​ຖົກ​ຖຽງ​ກັນ​ມາເປັນຫຼາຍ​ເດືອນ​ແລະຜ່ານ​ການ​ເຈລະຈາ​ກັນດ້ວຍ​ຄວາມ​ຫຍຸ້ງຍາກ​ທີ່​ໃຊ້​ເວ​ລາ​ເຖິງ​10​ຊົ່ວ​ໂມງ,​ໃນ​ທີ່​ສຸດ,ຜູ່​ນຳ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ເຊັນ​ສັນ​ຍາ​ສະ​ບັບ​ໜຶ່ງ​ທີ່​ມີ​ຈຸດ​ປະ​ສົງ​ແກ້​ໄຂ​ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ຂອງ​ເອີ​ຣົບ​ໃນ​ຕອນ​ຂ້ອນ​ແຈ້ງ​ວັນ​ທີ​27​ຕຸ​ລາ​ນີ້. ​ເຖິງ​ວ່າ​ເນື້ອ​ໃນ​ລະ​ອຽດ​ຂອງ​ແຜນ​ການ​ນີ້​ຍັງ​ບໍ່​ສົມບູນ​ປານ​ໃດ,​ແຕ່​ດ້ວຍ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ທີ່​ເອີ​ຣົບ​ກະ​ທຳ​ອອກ​ມາ​ນັ້ນ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຕະ​ຫຼາດ.​ເມື່ອ​ປະກາດ​ແຜນກ​ານ​ດັ່ງ​ກ່າວ​ແລ້ວ,​ຕະ​ຫຼາດ​ຫຸ້ນ​ທົ່ວ​ໂລກ​ພຸ່ງ​ສູງ​ຂຶ້ນ​ຫຼາຍ,​ຕະ​ຫຼາດ​ຫຸ້ນ​ນິວ​ຢອກ​ພໍ​ແຕ່​ເລີ່ມ​ເປີດ​ຕະ​ຫຼາດ​ກໍ່​ພຸ່ງ​ສູງ​ຂຶ້ນ​ໂລດ,ດັດ​ຊະນີ​ດາວ​ຈອນສ໌​ໄດ້​ກັບ​ຄືນ​ສູ່​ຂອດ​ສຳ​ຄັນ ຄື 12000​ຈຸດ.

​ໃນ​ມື້​ດຽວ​ກັນ,​ໃນ​ເວລາ​ໃຫ້​ສຳພາດ​ທາງ​ໂທລະພາບ,ທ່ານ​ນິ​ໂຄຣັສ ຊາ​ໂຄ​ຊີ,ປະທານາທິບໍ ດີ​ຝະຣັ່ງກ່າວ​ວ່າ,​ເຂດ​ໃຊ້​ເງິນ​ເອີ​ໂຣ​ເຊັນ​ສັນ​ຍາ​ສະບັ​ບ​ນີ້​ເຮັດ​ໃຫ້​ພົ້ນ​ຈາກ​ໄພ​ພິ​ບັດ​ອີກ​ຄັ້ງ​ໜຶ່ງ. ທ່ານ​ຈອຈ໌ ປາ​ປານ​ໂຕຼ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເກຼັກ​ກ່າວ​ວ່າ,​ສັນ​ຍາ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ເກຼັກ​ມີ​ເວ​ລາ​ເພື່ອ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ.​ສ່ວນ​ທ່ານ​ບາ​ຣັກ ​ໂອ​ບາ​ມາ,​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກໍ່​ກ່າວ​ວ່າ,​ອາ​ເມ​ລິ​ກາ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຕົກ​ລົງ​ອັນ​ສຳ​ຄັນ​ຂອງ​ສະ​ຫະ​ພາບ​ເອີ​ຣົບ,​ການ​ຕົກ​ລົງ​ນີ້​ໄດ້​ສ້າງ​ພື້ນ ຖານ​ອັນ​ສຳ​ຄັນ​ໃຫ້​ແກ່​ການ​ແກ້​ໄຂ​ວິ​ກິ​ດການ​ໜີ້​ສິນ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ຢ່າງ​ຊິ້ນ​ເຊີງ.

ນອກ​ນີ້,ຕົວ​ເລກ​ສະ​ຖິ​ຕິ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ອາ​ເມ​ລິ​ກາ​ເປີດ​ເຜີຍໃນ​ມື້​ດຽວ​ກັນ​ກໍ່​ກະ​ຕຸ້ນ​ໃຈ​ທີ່​ສຸດ.​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ວ່າ,​ໃນ​ໄຕ​ມາດ​ທີ​3,​ລວມ​ຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ ຫຼື​GDP​ຂອງ​ອາ​ເມ​ລິ​ກາ​ໄດ້​ເຕີບ​ໂຕ​2,5%,​ແມ່ນ​ຈັງ​ຫວະ​ເຕີບ​ໂຕທີ່​ໄວ​ກວ່າ​ໝູ່​ໃນ​ໜຶ່ງ​ປີ​ມາ​ນີ້.​ຕົວ​ເລກ​ສະ​ຖິ​ຕິ​ດັ່ງ​ກ່າວ​ໄດ້​ຜ່ອນ​ຄາຍ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ຕະ​ຫຼາດ​ທີ່​ຢ້ານ​ວ່າ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ​ຈະ​ຊຸດ​ໂຊມ​ລົງ​ເປັນ​ເທື່ອ​ທີ​2.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ