ທ່ານ​ຫູ​ຈິນທາວ,ປະທານ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ຂອງ​ກຸ່ມ G20 ທີ່ຄານ

(GMT+08:00) 2011-10-29 14:04:52     cri

ໂດຍ​ຕອບ​ສະຫນອງ​ຕາມ​ຄຳ​ເຊີນ,ທ່ານ​ຫູ​ຈິນທາວ,ປະທານ​ປະ​ເທດ​ຈີນ​ຈະ​​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ຂອງ​ກຸ່ມ G20 ທີ່ຈະ​ຈັດ​ຂຶ້ນ​ຢູ່​ເມືອງກາ​ນາຂອງຝຣັ່ງໃນ​ຕົ້ນ​ເດືອນ​ພະຈິກ​ປີ​ນີ້.


ວັນທີ28​ຕຸລາ​ນີ້,ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ຊຸ່ຍ​ຖຽນ​ໄຄ,ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ຫວັງ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ຈະ​ສາມາດ​ສືບ​ຕໍ່​ເສິມຂະຫຍາຍຈິດ​​ໃຈ​ທີ່​ຕ່າງ​ຊ່ອຍ​ເຫຼືອ​ກັນ​ຜ່ານ​ຜ່າຄວາມ​ຫຍຸ້ງຍາກ​ແລະ​ຮ່ວມ​ມື​ກັນ​ແບບຕ່າງ​ຝ່າຍຕ່າງມີ​ຜົນ​ປະ​ໂຫຍ​ດ,​​ເພື່ອຮັບ​ມື​ກັບ​ບັນຫາ​ຕ່າງໆ​ເຊັ່ນ:ວິ​ກິດ​ການ​ຫນີ້​ສິນພາກ​ລັດ​ຂອງ​ປະ​ເທດ​ທີ່​ພັດທະນາ​ແລ້ວ,ລາຄາ​ສິນຄ້າຈຳນວນ​ຫຼວງຫຼາຍ​ແພງ​ຂຶ້ນ,ຄວາມກົດດັນ​ຂອງ​ໄພ​ເງິນ​ເຟີ້​ໃນ​ທົ່ວ​ໂລກ​ເພີ່ມ​ຫຼາຍ​ຂຶ້ນ​ແລະ​ອື່ນ​ໆ,ສືບ​ຕໍ່​ຊຸກຍູ້​ໃຫ້​ດຳ​ເນີນ​ການ​ປະຕິ​ຮູ​ບລະບົບການ​ເງິນຂອງ​ເງິນຕາ​ສາກົນ,​​ຮັບປະກັນ​ການ​​ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງ,​ ແລະປັບປຸງ​ຫມາກຜົນ​​ແຫ່ງ​ການ​ຟື້ນ​ຕົວ​ດີ​ຂຶ້ນ​ຂອງ​ເສດຖະກິດ​ທີ່​ໄດ້ມາ​ແມ່ນ​ບໍ່​ງ່າຍ.ທ່ານຊຸ່ຍ​ຖຽນ​ໄຄ​ຍັງ​ສະ​ເຫ​ນີ​ວ່າ,ຫວັງ​ຢາກ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ສືບ​ຕໍ່​ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າຢ່າງ​ຫມັ້ນ​ຫນຽວບໍ່​ປ່ຽນ​ແປງ,ສືບ​ຕໍ່​ເອົາໃຈ​ໃສ່ນຳ​ບັນຫາ​ທີ່​​ເຫນືອ​ໃຕ້​ພັດທະນາ​ຢ່າງ​ບໍ່​ດຸນ​ດ່ຽງ,ຮັບຮູ້​ເຖິງ​ການ​ປະກອບ ສ່ວນ​ອັນ​ຕັ້ງຫນ້າ​ຂອງ​ຕະຫຼາດ​ຈະ​ເລີ​ນ​ໃຫມ່​ແລະ​ປະ​ເທດ​ທີ່​ພວມ​ພັດທະນາ​ທີ່​ໄດ້​ທຳ​ເພື່ອ​ເສດຖະກິດ​ໂລກ​ຟຶ້ນຕົວ​ດີ​ຂຶ້ນ​ແລະ​ເຕີບ​ໂຕ​ຢ່າງ​ຖືກຕ້ອງ​ຕາມ​ຄວາມ​ເປັນ​ຈິງ,​ເອົາ​​ໃຈ​ໃສ່​ນຳ​ຄວາ​ມຄິດ​ຄວາມ​ເຫັນ​ຂອງ​ຕະຫຼາດຈະ​ເລີ​ນ​ໃຫມ່​ແລະ​ປະ​ເທດ​ທີ່​ພວມ​ພັດທະນາ,​ ເພີ່ມ​ສິດ​ປະກອບຄຳ​ເຫັນ​ແລະ​ການ​ເປັນ​ຕົວ​ແທນ​ຂອງ​ປະ​ເທດ​​ເຫຼົ່າ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ