ຈີນ​ຕັ້ງໜ້າ​ຊຸກ​ຍູ້​ການ​ປະຕິບັດ​ໂຄງການ​ພະລັງງານ​ສະອາດ​100​ໂຄງການທີ່​ຊ່ວຍ​ເຫຼືອ​ອາ​ຟຼິກາ

(GMT+08:00) 2011-10-30 14:20:58     cri
ວັນ​ທີ29​ຕຸລາ​ນີ້, ​ໃນ​ກອງ​ປະຊຸມ​ຄັ້ງ​ທີ1​ຂອງ​​ເວທີ​​ປຶກສາ​ຫາລື​ລະດົມ​ຄວາມ​ຄິດ​ຈີນ​ອາ​ຟຼິກາ, ທ່ານ​ລູຊາ​ເຢ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ຮັບ​ຜິດ​ຊອບ​ສະໜັບສະໜູນ​​ເວທີ​ປຶ​ກສາ​ຫາລືວ່າ​ດ້ວຍການ​ຮ່ວມ​ມື​ລະຫວ່າງ​ຈີນ​ອາ​ຟຼິກາ, ຫົວໜ້າ​ກົມ​ອາ​ຟຼິກາ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ເພື່ອ​ຍົກ​ຄວາມ​ສາມາດ​​ໃນ​ການ​ປັບ​ໂຕ​ເຂົ້າກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ປະ​ເທດ​ອາ​ຟຼິກາ, ຈີນ​ໄດ້​ຕັ້ງໜ້າ​ຊຸກ​ຍູ້​ການ​ປະຕິບັດ​ໂຄງການ​ພະລັງງານ​ສະອາດ100​ໂຄງການ​ທີ່​ຈີນ​ຊ່ວຍ​ເຫຼືອ​ອາ​ຟຼິກາ​ຕະຫຼອດ​ມາ, ​ເຊິ່ງລວມທັງ​ໂຄງການ​ພະລັງງານ​​ແສງຕາ​ເວັນ, ​ແກັສຊີວະ​ພາບ, ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຂະໜາດ​ນ້ອຍ​ແລະ​ໂຄງການ​ອື່ນໆ.

​ແຜ່ນດິນ​ໃຫຍ່​ອາ​ຟຼິກາ​ມີ​ຊັບ​ພະຍາກອນ​ອຸດົມສົມບູນ, ​ເຕັກນິກ​ພັດທະນາ​ແລະ​ນຳ​ໃຊ້​ພະລັງງານ​ຂອງ​ອາ​ຟຼິກາ​ພັດ​ຕ່ຳ​ຫຼ້າ​ຫຼັງ. ​ເດືອນ​ພະຈິກ​ປີ2009, ​ໃນ​ກອງ​ປະຊຸ​ມລະດັບ​ລັດຖະມົນຕີ​ຂອງ​ເວທີ​ປຶກສາ​ຫາລື​ວ່າ​ດ້ວຍ​ການ​ຮ່ວມ​ມື​ຈີນ​ອາ​ຟຼິກາທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຊາມ ​​ເອວ ​ເຊັກ ຂອງ​ເອຢິບ, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ປະກາດ8​ມາດ​ຕະການ​ໃໝ່​ຂອງ​ລັດຖະບານ​ຈີນ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ອາ​ຟຼິກາ, ​ໃນ​ນັ້ນ​ລວມທັງ​ພາຍ​ໃນ5​ປີ​ຂ້າງ​ໜ້າ, ຈີນ​ຈະ​ຊ່ວຍ​ສ້າງ​ໂຄງການ​ພະລັງງານ​ສະອາດ​ຂະໜາດ​ນ້ອຍ100​ໂຄງການ ​ເຊັ່ນ: ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຂະໜາດ​ນ້ອຍ, ພະລັງງານ​ແສງຕາ​ເວັນ, ​ແກັສຊີວະ​ພາບ​ແລະ​ອື່ນໆ ​ໃຫ້​ປະ​ເທດ​ພວມ​ພັດທະນາ​​ໃນອາ​ຟຼິກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ