
ວັນທີ 29 ຕຸລານີ້, ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນໄດ້ໂທລະສັບເຖິງທ່ານນາງຍິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ, ທ່ານໄດ້ຕາງໜ້າລັດຖະບານຈີນ ແລະ ປະຊາຊົນຈີນສະແດງຄວາມຢື້ຢາມຖາມຂ່າວອັນຈິງໃຈຕໍ່ລັດຖະບານໄທ ແລະ ປະຊາຊົນໄທກ່ຽວກັບເຫດການທີ່ໄທປະສົບໄພນ້ຳຖ້ວມຢ່າງຮ້າຍແຮງທີ່ສຸດ.

ທ່ານເວີນເຈຍປາວກ່າວວ່າ, ຈີນເອົາໃຈໃສ່ນຳສະພາບໄພນ້ຳຖ້ວມຂອງໄທໃນລະດັບສູງ, ມີຄວາມຮູ້ສຶກເຫັນໃຈຕໍ່ຄວາມຫຍຸ້ງຍາກທີ່ລັດຖະບານ ແລະ ປະຊາຊົນໄທປະເຊີນຢູ່ໃນປັດຈຸບັນ, ຕົກລົງໃຫ້ການຊ່ວຍເຫຼືອກູ້ໄພອີກເທື່ອໜຶ່ງຕໍ່ລັດຖະບານໄທ ແລະ ເຊື່ອວ່າປະຊາຊົນໄທຍ່ອມຈະສາມາດຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ສ້າງສາຄືນໃໝ່ຫຼັງໄພ.

ທ່ານນາງຍິ່ງລັກກ່າວວ່າ, ໄທພວມປະສົບໄພນ້ຳຖ້ວມທີ່ຮ້າຍແຮງທີ່ສຸດໃນປະຫວັດສາດ, ໃນເວລາພົບຄວາມຫຍຸ້ງຍາກລຳບາກ, ລັດຖະບານຈີນ ແລະ ປະຊາຊົນຈີນໄດ້ໃຫ້ການຊ່ວຍເຫຼືອລ້າແລະທັນເວລາ, ຝ່າຍໄທສະແດງຄວາມຂອບໃຈຢ່າງສຸດຊື້ງ ນີ້ໄດ້ສະແດງໃຫ້ເຫັນມິດຕະພາບອັນເລິກເຊິ່ງລະຫວ່າງອ້າຍນ້ອງສອງປະເທດ, ໄດ້ສ້າງກຳລັງໃຈອັນໃຫຍ່ຫຼວງເພື່ອໃຫ້ປະຊາຊົນໄທເອົາຊະນະໄພນ້ຳຖ້ວມ. ທ່ານນາງຍິ່ງລັກກ່າວວ່າ, ຈີນແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີຂອງໄທ,ໄທຍິນດີເພິ່ມທະວີການແລກປ່ຽນ ແລະ ການຮ່ວມມືທີ່ມີໄມຕີຈິດມິດຕະພາບກັບຈີນໃນຂົງເຂດຕ່າງໆ, ເພື່ອຊຸກຍູ້ໃຫ້ສອງປະເທດພ້ອມກັນພັດທະນາ ແລະ ຈະເລີນຮຸ່ງເຮືອງ.
