ຈີນ​ຈະ​ອອກກົດໝາຍ​ວ່າ​ດ້ວຍຄວາມ​ປອດ​ໄພ​ທາງ​ດ້ານ​ສະບຽງ​ອາ​ຫານ​ຂອງ​ຈີນ

(GMT+08:00) 2011-10-30 14:01:12     cri

ວັນ​ທີ 29 ຕຸລາ​ນີ້, ​ຄະນະ​ປະຈຳ​ສະພາ​ປະ​ຊາ​ຊົນ​​ແຫ່ງ​ຊາດ​ຈີນ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ບົດ​ລາຍ​ງານ​ກ່ຽວ​ກັບ​ຜົນ​ພິຈາລະນາ​ຍັດຕິ​ທີ່​ຄະນະ​ກຳມະການ​ກະສິກຳ​ແລະ​ຊົນນະບົດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ເໜີ​ໄວ້. ອີງ​ການ​ບົດ​ລາຍ​ງານ​ສະບັບ​ນີ້, ຈີນ​ຈະອອກກົດໝາຍ​ວ່າ​ດ້ວຍຄວາມ​ປອດ​ໄພທາງ​ດ້ານ​ລະບຽງ​ອາຫານ​ຂອງ​ຈີນ.


ບົດ​ລາຍ​ງານ​ຂຽນ​ວ່າ, ຄະນະ​ກຳມະການ​ກະສິ​ກຳ ​ແລະ ຊົນນະບົດ​ສະ​ເໜີ​ວ່າ,ກົດໝາຍວ່າ​ດ້ວຍ​ຄວາມ​ປອດ​ໄພ​ທາງ​ດ້ານ​ສະບຽງ​ອາ​ຫານ​ຈະ​​ເນັ້ນ​ໜັກ​ໃສ່​ການຍົກ​ສູງຄວາມ​ສາມາດ​ດ້ານ​ການຜະລິດ​ສະບຽງຫານ, ຮັກສາຊັບ​ພະຍາກອນ​ດິນ​ປູກຝັງ​ຢ່າງ​ແທ້​ຈິງ, ​ເຮັດ​ໃຫ້​ນະ​ໂຍບາຍ​ພັດທະນາ​ກະສິກຳ ​ ສ້າງ​ຜົນ​ປະ​ໂຫຍ​ດຕໍ່​ຊາວ​ກະສິກອນຫັນ​ເປັນ​​ກົດໝາຍ, ກຳນົດ​ໜ້າ​ທີ່ຄວາມ​ຮັບຜິດຊອບຕໍ່​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ​ຂອງ​ອົງການ​ປົກຄອງ​ຂັ້ນ​ຕ່າງໆ​ຢ່າງ​ຄັກ​​ແນ່, ປັບປຸງລະບົບ​ສະ​ສົມ​ສະບຽງ​ອາ​ຫານ​ ​ແລະ ມາດ​ຕະການ​ຮັບ​ມື​ກັບ​ຄວາມ​ປອດ​ໄພດ້ານ​ສະບຽງ​ອາຫານໃຫ້​ສົມບູນ​ຂຶ້ນ, ປ້ອງ​ກັນ​ບໍ່​ໃຫ້​ທຶນ​ຕ່າງປະ​ເທດ​ສ້າງ​ຜົນ​ສະທ້ອນ​ຕໍ່​ຄວາມ​ປອດ​ໄພ​ຂອງ​ສະບຽງ​ອາ​ຫານ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ