ຍານ​ອະວະກາດ​"​ເສິນ​ໂຈ່​ວ"​​ເລກ8​ມີ​ຄວາມ​ພ້ອມ​ໃນ​ການສົ່ງ​ຂຶ້ນ​ສູ່ອະວະກາດ

(GMT+08:00) 2011-10-30 15:16:39     cri

ວັນ​ທີ 29 ຕຸລາ​ນີ້, ສູນ​ສົ່ງ​ດາວ​ທຽມ​ຈິ​ວ​ຊວນ​ໄດ້​ດຳ​​ເນີນການ​ເຝິກ​ຊ້ອມຮ່ວມ​ກັນທົ່ວ​ເຂດ​ຕໍ່ການບິນ​ຂຶ້ນ​ສູ່​ວົງ​ໂຄຈອນອະວະກາດ​ຂອງ​ຍານ​ອະວະກາດ"​ເສິນ​ໂຈ່​ວ"​ເລກ8. ຜົນ​ການ​ເຝິກຊ້ອມ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຄວບ​ຄຸມ​ລະບົບບັນຊາ​ຕ່າງໆ​ປະຕິບັດ​​ໄດ້ຢ່າງ​ສະດວກ, ສະພາບ​ເຕັກ​ນິກຖືກຕ້ອງ, ອຸປະກອນ​ທີ່​ທົດ​ລອງ​ປະຕິບັດ​ງານທຸກ​ຢ່າງ​ຢູ່​ໃນ​ສະພາບ​ປົກກະຕິ, ​​ແລະ​ມີ​ຄວາມ​ພ້ອມ​​ໃນ​ການ​ສົ່ງ​ຂຶ້ນ​ສູ່ອະວະກາດ​ແລ້ວ.

ເຈົ້າ​ໜ້າ​ທີ່ທີ່​ກ່ຽວ​ຂ້ອງ​ກັບລະ​ບົບສະຖານີ​​ສົ່ງ​ຍານ​ອະວະກາດຂອງ​ໂຄງການການບິນ​ອະວະກາດ​ບັນທຸກ​ມະນຸດ​ຂອງ​ຈີນ​ກ່າວ​ວ່າ, ຜ່ານ​ການ​ເຝິກຊ້ອມ​ເທື່ອ​ນີ້, ​ໄດ້​ກວດ​ການປະສານ​ງານ ຕິດ​ຕໍ່​ກັນ​ຂອງ​ລະບົບ​ຕ່າງໆ​ພາຍ​ໃຕ້​ສະພາບ​ສົ່ງຂຶ້ນ​ສູ່​ວົງ​ໂຄຈອນ​ອະວະກາດ, ຜົນ​ຂອງ​ການ​ກວດກາ​​ໄດ້​ສະ​ແດງ​ໃຫ້​ຮູ້​ວ່າ​ລະບົບ​ຕ່າງໆ​ລ້ວນ​ແຕ່​ມີ​ຄວາມ​ພ້ອມ​ໃຫ້​ແກ່​ການ​ຍິງ​ສົ່ງ​ຍານ​ອະວະກາດ​ຂຶ້ນ​ສູ່ວົງ​ໂຄຈອນ​ອະວະກາດ.

ອີງ​ຕາມ​ແຜນການ, ຍານ​ອະວະກາດ"​ເສິນ​ໂຈ່​ວ"​ເລກ8​ຈະ​ຖືກ​​ສົ່ງຂຶ້ນ​ສູ່​ວົງ​ໂຄຈອນ​ອະວະກາດ​ໃນ​​ເດືອນ​ພະຈິກໜ້າ​ນີ້, ຫຼັງ​ຈາກ​ຂຶ້ນ​ສູ່​ວົງ​​ໂຄຈອນອະວະກາດ​ແລ້ວ​ຈະ​ປະຕິບັດ​ໜ້າ​ທີ່​​ໃນ​ການຕິດ​ຕໍ່​ກັບ​ຍານ​ອະວະກາດ"ທຽນ​ກົ່ງ"​ເລກ1.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ