ປະທານ​ປະ​ເທດ​ຈີນ​ເດີນທາງ​ໄປ​ເອີ​ລົບ​ເພື່ອ​ເຂົ້າ​ຮ່ວມກອງ​ຊຸມ​ສຸດ​ຍອດG20

(GMT+08:00) 2011-10-30 16:02:03     cri

ຕອນ​ບ່າຍ​ວັນ​ທີ 30 ຕຸ​ລາ​ນີ້, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​​ເດີນທາງ​ດ້ວຍ​ເຮືອບິນພິເສດອອກ​ຈາກ​ປັກ​ກິ່ງ​ໄປ​ໂອ​ຕຼິສ ​ເລິ່ມ​ເຮັດ​ວຽກຢູ່​ເອີ​ລົບ​ເປັນ​ເວ​ລາ 6 ມື້. ກ່ອນ​ອື່ນ​ໝົດ​ທ່ານ​ຫູ​ຈີນ​ທາວ​ຈະ​ຢ້ຽມຢາມ​​ໂອ​ຕຼິສທາງ​ລັດຖະກິດ, ​ແລ້ວ​ເດີນທາງ​ໄປ​ກາ​ເນຂອງ​ຝຣັ່ງ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ກຸ່ມ​G20ຄັ້ງ​ທີ 6.

ນີ້​ແມ່ນຜູ່​ນຳ​ປະ​ເທດ​ຈີນ​ຢ້ຽມຢາມ​ໂອ​ຕິຼສອີກ​ຄັ້ງ​ໜຶ່ງ​ໃນ​ໄລຍະ 12 ປີ​ມາ​ນີ້. ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ກາ​ເນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ຫາ​ວັນ​ທີ 4 ພະຈິກໜ້າ​ນີ້, ຜູ່​ນຳ​ກຸ່ມG20ຄາດ​ວ່າ​ຈະ​ຫາລື​ກ່ຽວ​ກັບ​ບັນຫາ​ຕ່າງໆ ​ເຊັ່ນ, ການ​ປະຕິ​ຮູບລະ​ບົບ​ເງິນຕາ​ສາກົນ,ລາຄາ​ສິນຄ້າງວດ​ໃຫຍ່ນີ້​ການເໜັງ​ຕິງ ​ແລະ ການ​ຄຸ້ມ​ຄອງຂອງ​ທົ່ວ​ໂລກ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ