ຈີນ​ຈະ​ສືບ​ຕໍ່ສຸມ​ກຳລັງ​ເຂົ້າ​ໃນ​ການນຳ​ໃຊ້​ອະ​ວະ​ກາດທາງສັນຕິພາບ

(GMT+08:00) 2011-10-31 17:12:55     cri
ວັນ​ທີ31 ຕຸລາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ສູ​ນສົ່ງ​ດາວ​ທຽມຈຽວສວນ, ​ນາງອູ​ຜິ​ງ,​ໂຄສົກຂອງ​ໂຄງການ​ການ​ບິນ​ອະວະກາດ​ບັນ ທຸກມະນຸດ​ຂອງ​ຈີນກ່າວ​ວ່າ,ຈີນ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການບິນ​ອະວະກາດ​ສາກົນ,​ເພື່ອ​ສຸມ​ກຳລັງ​ເຂົ້າ​ໃນ​ການບິນ​ອະວະກາດ​ທາງສັນຕິ ພາບ.

ນາງ​ອູ​ຜິ​ງກ່າວວ່າ,ຍານ​ອະວະກາດ​"​ເສີນ​ໂຈ່​ວ​ເລກ 8"​ໄດ້​ບັນທຸກ​ເຄື່ອງ​ປະກອບ​ທີ່​ນັກວິທະຍາສາດ​ຈີນ​ເຢຍລະມັນ​ຮ່ວມ​ກັນທົດ​ລອງ​​ທາງວິທະ ຍາສາດ,ນັກວິທະ​ຍາ​ສາດຂອງ​ສອງ​ຝ່າຍ​ຈະ​ຮ່ວມ​ມື​ດຳ​ເນີ​ນການ​ທົດ​ລອງທາງວິທະຍາສາດດກ່ຽວ​ກັບ​ຊີວິດຢູ່​ໃນ​ອ​ະວະ​ກາດ,ນີ້​ແມ່ນການບິນ​ອະວະກາດບັນທຸກ​ມະນຸດ​ຈີນດຳ​ເນີນ​ການ​ຮ່ວມ​ມື​ສາກົນ​ເປັນຄັ້ງ​ທຳ​ອິດ​ໃນ​ຂົງ​ເຂດ​ການນຳ​ໃຊ້ວິ​ທະຍາ​ສາດ​​ທາ​ງອະວະກາດ,ມີ​ຄວາມ​ຫມາຍສຳຄັນ​ໃນ​ກາ​ນຊຸກຍູ້​ການ​ຄົ້ນຄວ້າ​ໃນ​ຂົງ​ເຂດ​ວິທະຍາສາດ​ແຮງ​ຖ່ວງ,ວິທະ​ຍາ​ສາດ​ກ່ຽວ​ກັບ​ຊີວິດ​ຢູ່​ໃນ​ອະວະກາດ​ແລະ​ການ​ພັດທະນາ​ເຕັກນິກ.

 ນາງ​ອູ​ຜິ​ງກ່າວ​ເນັ້ນ​ວ່າ,ຄຽງ​ຄູ່​ກັບ​​ໂຄງການການ​ບິນ​ອະວະກາດ​ບັນທຸກ​ມະນຸດ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ,​ໃນ​ໄລຍະຫຼັງ​ຈາກ​ຫ້ອງ​ທົດ​ລອງ​ເທິງ​ອະວະກາດ​ແລະ​ສະຖານີອະວະກາດ​,ຈີນ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ແທ້​ຈິງແລະ​ແລກປ່ຽນ​ຢ່າງ​ຕັ້ງຫນ້າ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ,ຮ່ວມ​ມື​ກັບ​ນັກວິທະຍາສາດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຊຸກຍູ້​​ການພັ​ດທະນາ​ເຕັກນິກ​ກາ​ນບິນ​ອະວະກາດ​ຂອງ​ໂລກບົນ​ພຶ້ນຖານ​ຫຼັກການທີ່​ເຄົາລົບ​ເຊິ່ງກັນ​ແລະ​ກັນ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ສະ​ເຫມີ​ພາບ​ກັນ,​ເປີດ​ປະຕູ​ຢ່າງ​ໂປ່​ງ​ໃສ, ,​ເພື່ອ​ປະກອບສ່ວນ​ອັນ​ຕັ້ງຫນ້​າ​ເຂົ້າ​ໃນ​ການ​ນຳ​ໃຊ້​ອະວະກາດ​​ໃນ​ທາງ​ສັນ ຕິພາບ​ແລະ​ສ້າ​ງຄວາມ​ຜາ​ສຸ​ກ​ໃຫ້​ແກ່​ມວນ​ມະນຸ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ