ຈີນ​ໃຊ້​ເວລາ​ພຽງ​ແຕ່າ​30ປີກໍ​ສຳ​ເລັດ​ໜ້າ​ທີ່​ຫັນປ່ຽນ​ດ້ານ​ປະຊາ​ກອນ​ໃນ​ຂະນະ​ທີ່​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ຕ້ອງ​ໃຊ້​ເວລາ​ເຖິງ​ຮ້ອຍ​ປີ​ຈຶ່ງ​ສຳ​ເລັດ​ໄດ້

(GMT+08:00) 2011-10-31 11:04:32     cri
ວັນ​ທີ31​ຕຸລາ​ນີ້​ເປັນ​ວັນ​ທີຈຳນວນ​ປະຊາ​ກອນ​ທົ່ວ​ໂລກມີ​ເຖິງ7ຕື້​ຄົນ. ກ່ອນ​ໜ້າ​ນີ້, ທ່ານ​ຫຼີປີ່ນ, ຫົວໜ້າ​ຄະ​ນະ​ກຳມະ​ການ​ປະ​ຊາ​ກອນ​ແລະ​ການ​ວາງ​ແຜນ​ຄອບຄົວ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ຈີນ​ໄດ້​ໃຊ້​ເວລາ​ປະມານ​30ປີ, ກໍ່​ໄດ້​ສຳ​ເລັດ​ໜ້າ​ທີ່​ຫັນປ່ຽນ​ດ້ານ​ປະຊາ​ກອນ​ໃນ​ຂະນະ​ທີ່​ປະ​ເທດທີ່​ພັດ​ທະນາ​ແລ້ວ​ໃຊ້​ເວລາ​ເຖິງຮ້ອຍ​ປີ​ຈຶ່ງ​ສຳ​ເລັດ​ໄດ້, ​ເຊິ່ງ​ໄດ້​ປ່ຽນ​ແປງ​ໂຄຈອນ​ການ​ພັດທະນາ​ຂອງ​ປະຊາກອນ.

ທ່ານ​ຫຼີປີ່​ນກ່າວ​ວ່າ, ຍ້ອນ​ຈີນ​ໄດ້​ປະຕິ​ບັດ​ນະ​ໂຍ​ບາຍ​ວາງ​ແຜນ​ຄອບຄົວ, ​ຈຶ່ງເຮັດ​ໃຫ້​ອັດຕາ​ການ​ເກີດ​ຕ່ຳລົງ, ອັດຕາ​ເຕີບ​ໂຕ​ດ້ານ​ປະຊາ​ກອນ​ຕ່ຳ​ກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ໂລກ, ​ເຊິ່ງ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ດ້ານ​ປະຊາກອນ​ໃຫ້​ແກ່​​ເສດ​ຖະ​ກິດ​ຈີນທີ່​ເຕີບ​ໂຕ​ຢ່າ​ງວ່ອງ​ໄວ, ​ແລະກໍ່​ໄດ້​ປະກອບ​ສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ດ້ານ​ປະຊາ​ກອນ​ຂອງ​ໂລກ. ພ້ອມ​ກັນ​ນັ້ນ, ຄຸນ​ນະພາບ​ຊີວິດ​ຂອງ​ປະຊາ​ກອນ​ຈີນ​ກໍ່​ໄດ້ຍົກ​ສູງ​ຂຶ້ນ​ເລື້ອຍໆ, ອັດຕາ​ການ​ຕາຍ​ຂອງ​ເດັກ​ອ່ອນ, ອັດຕາ​ການ​ຕາຍ​ຂອງ​ແມ່​ຍິງ​​ເວລາຖືພາ​ແລະ​ເວລາ​ເກີດລູກ, ​ແລະ​ຕົວ​ເລກ​ຄາດໝາຍ​ອື່ນໆ​ລ້ວນ​ແຕ່​ຢູ່​ໃນລະ​ດັບທີ່​ດີ​ທີ່​ສຸດ​ໃນ​ປະ​ເທດ​ທີ່​ພວມ​ພັດ​ທະນາ, ອາຍຸ​ສະ​ເລ່ຍຂອງ​ປະ​ຊາກອນ​ກໍ່ຢູ່​ໃນລະ​ດັບກາງ​ຂອງ​ປະ​ເທດ​ທີ່​ພັດທະນາ​ແລ້ວ​.

ທ່ານ​ຫຼີປີ່​ນກ່າ​ວວ່າ, ​ໃນ​ຕໍ່ໜ້າ​ນີ້, ຈີນ​ຈະ​ຍຶດໝັ້ນ​ແລະ​ປັບປຸງ​ນະ​ໂຍບາຍ​ການ​ກຳ​ເນີດ​ທີ່ພວມ​ປະຕິ​ບັດຢູ່​ໃນ​ປະຈຸ​ບັນ, ຮັກສາ​ລະ​ດັບ​ການ​ເກີດ​ລູກ​ທີ່​ຕ່ຳ; ຍົກ​ສູງ​ຄຸນ​ນະພາບ​ຂອງ​ປະຊາ​ກອນ, ​ເລັ່ງ​ລັດ​ສ້າງ​ປະ​ເທດ​ເຂັ້ມ​ແຂງ​ທາງດ້ານ​ຊັບພະ​ຍາ​ກອນ​ມະ​ນຸດ; ​ແກ້​ໄຂ​ບັນຫາ​ການ​ເກີດ​ລູກ​ຍິງ​ຊາຍ​ທີ່ບໍ່​ດຸນ​ດ່ຽງ​ກັນ, ຊຸກ​ຍູ້​ສິດສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ຂອງ​ສັງຄົມ; ປັບປຸງ​ລະ​ບົບ​ປະກັນ​ສັງຄົມ​ແລະ​ການ​ບໍລິການ​​ເບິ່ງ​ແຍງ​ດູ​ແລ​ຜູ້​ອາວຸ​ໂສ, ​ແກ້​ໄຂ​ບັນຫາ​ຈຳນວນ​ຜູ້​ອາວຸ​ໂສໃນ​ສັງຄົມ​ຫຼາຍ​ຂຶ້ນ​ຢ່າງ​ຕັ້ງໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ