ຈີນ​ສຳ​ເລັດ​ເປົ້າ​ໝາຍ​ການ​ທົດ​ລອງ​ການ​ສະ​ສົມ​ນ້ຳ​ຢູ່ໃນ​ລະດັບ​175​ແມັດ​ຢູ່​ອ່າງ​ນ້ຳ​ເຂື່ອນ​ສ່າ​ນ​ເຊຍ​ແມ່​ນ້ຳ​ຢາງ​ເຊ​ກຽງ

(GMT+08:00) 2011-10-31 11:08:51     cri
ເວລາ17​ໂມງ​ຂອງ​ວັນ​ທີ30ຕຸລາ​ນີ້, ລະດັບ​ນ້ຳ​ຢູ່​ອ່າງ​ນ້ຳ​​ຂອງເຂື່ອນ​ສ່ານ​ເຊຍ​ແມ່​ນ້ຳ​ຢາງ​ເຊ​ຂອງ​ຈີນ​ໃນ​ລະດັບ​175​ແມັດ​​ແມ່ນ​ເປັນ​ລະດັບ​ການ​ສະ​ສົມ​ນ້ຳ​ຕາມປົກ​ກະຕິ. ຫຼັງ​ຈາກ​ໄດ້​ມີ​ການ​ປັບປຸງ​ປະລິ​ມານ​ການ​ສະ​ສົມ​ນ້ຳ​ເປັນ​ເວລາ​ເກືອບ2​ເດືອນ, ​ເຂື່ອນ​ສ່ານ​ເຊຍ​ເຊິ່ງ​ເປັນ​ເຂື່ອນ​ຊົນລະ​ປະທານ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ໄດ້​ບັນລຸ​ເປົ້າ​ໝາຍ​ທົດ​ລອງ​ການ​ສະ​ສົມ​ນ້ຳ​ເຖິງ​ລະດັບ175​ແມັດ.

ການ​ສະ​ສົມ​ນ້ຳ​​ເຖິງ​ລະດັບ175​ແມັດ​ຂອງ​ເຂື່ອນ​ສ່ານ​ເຊຍ​ແມ່ນ​ມີ​ຄວາມ​ສຳຄັນ​ຫຼາຍ, ​ເພາະວ່າ​ຈະ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຮອບ​ດ້ານ​ໃນ​ການ​ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ, ​ການເດີນ​ເຮືອນ, ຜະ​ລິດ​ໄຟຟ້າ, ສະ​ໜອງ​ນ້ຳ, ​ຕ້ານ​ໄພ​ແຫ້ງ​ແລ້ງ​ແລະ​ອື່ນໆ. ພ້ອມ​ກັນ​ນັ້ນ, ການ​ສະ​ສົມ​ນ້ຳ​ຢູ່ໃນ​ລະດັບ175​ແມັດ​ກໍ່​ຈະ​ເປັນ​ການກວດ​ກາ​ສັງ​ລວມ​ຕໍ່​ສິ່ງ​ກໍ່ສ້າງ​ຢູ່​ເຂື່ອນ​ສ່ານ​ເຊຍ, ກຸ່ມ​ຈັກ​ຜະລິດ​ໄຟຟ້າ, ​ແລະ​ສະພາບ​ທໍລະນີ​ສາດ​ຢູ່​ບໍລິ​ເວນ​ເຂື່ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ