ທ່ານ​ຫູ​ຈີນ​ທາວ​​ເດີນທາງ​​ໄປ​ຢ້ຽມຢາມ​ນະຄອນຫຼວງວຽນ​ແລະ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດG20

(GMT+08:00) 2011-10-31 15:53:32     cri
ຕາມ​ຂ່າວCRI: ​ໂດຍຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ​ທ່ານ​​ຮຽນສ ຟີ​ເຊີ​ປະທານາທິບໍດີ​​ໂອ​ຕຼິສ, ທ່ານ​ຫູ​ຈີນ​ທາວ​ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ຮອດ​ນະຄອນຫຼວງ​ວຽນ​ຂອງ​​ໂອ​ຕຼິສ​ໃນ​ຕອນ​ແລງ​ວັນ​ທີ3​0ຕຸລາ​ນີ້, ​ເລີ່​ມຢ້ຽມຢາມ​ທາງ​ລັດຖະກິດ​ຕໍ່​​ໂອ​ຕຼິສ.

ນີ້​ແມ່ນ​ການ​ຢ້ຽມຢາມຕໍ່​ໂອ​ຕຼິ​ສ​ເປັນ​ເທື່ອ​ທີ2ຂອງປະມຸກ​ລັດ​ຈີນຫຼັງ​ຈາກ12ປີ​ກ່ອນ. ​ເນື່ອງ​ໃນ​ໂອກາດ​ທີ່​ຈີນ​ກັບ​ໂອ​ຕຼິສ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບຮອບ40ປີ, ທ່ານ​ຫູ​ຈີນ​ທາວ​ຈະ​ພົບ​ປະກັບ​​ທ່ານ​ຮຽນສ ຟີ​ເຊີປະທານາທິບໍດີ​ໂອ​ຕຼິສ​ແລະຈະ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະທານ​ລັດຖະສະພາຂອງ​ໂອ​ຕຼິສ, ຊຶ່ງ​ທັງ​ສອງ​ຝ່າຍ​ຈະ​​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ​ແລະ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ