ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ພົບ​ປະ​ກັບ​​ລັດຖະ ມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ

(GMT+08:00) 2011-10-31 16:20:25     cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ30ຕຸລາ​ນີ້, ທ່ານ​​ເມີ້​ງຈ້ຽນ​ຈູ້ທີ່​ປຶກສາ​ແຫ່ງ​ລັດ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ດວງ​ໃຈ ພິຈິດ​ຮອງ​ນາຍົກລັດຖະມົນຕີ​ທັງ​ເປັນ​ລັດຖະມົນຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ທີ່​​ເດີນທາງ​ມາ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຮ່ວມມືດ້ານການ ປະຕິບັດ​ກົດ​ໝາຍ​ແລະ​ຮັກ​ສາ​ຄວາມ​ປອດ​ໄພ​ຢູ່​ເຂດ​ແມ່​ນ້ຳຂ​ອງ​ລະ​ຫວ່າງ​ຈີນ​ລາວ​ມຽນມາ​ແລະ​ໄທຢູ່ ຫໍ​ຮັບ​ແຂກ​ລັດຖະບານ​ຈີນ ນະຄອນ​ຫຼວງ​ປັກ​ກິ່ງ.

ທ່ານ​​ເມີ້ງຈ້ຽນຈູ້​ກ່າວ​ວ່າ, ຈີນ​ລາວ​2ປະ​ເທດ​ມີສາຍພູ​ແລະ​ແມ່​ນ້ຳ​ຕິດ​ຕໍ່​ກັນ, ​ ​ປະ​ຊາ​ຊົນ2ປະ​ເທດ​ມີ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ມາຍາວ​ນານ. ປີ​ນີ້​ແມ່ນ​ປີ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງການ​ທູດ​ລະຫວ່າງ​​ຈີນລາວຄົບຮອບ50ປີ, ຈີນ​ຍິນ​ດີ​ພະຍາຍາມ​ຮ່ວມ​ມື​ກັບ​ລາວ, ລົງ​ເລິກ​ການ​ແລກປ່ຽນ​ແລະ​​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ຍົກ​​ລະດັບ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້ຮັບຜົນ​ປະ​ໂຫຍ​ດ, ​ເພີ່ມ​ທະວີ​ການ​​ໄປມາຫາສູ່​​ແລະ​​ແລກປ່ຽນກັນ​ທາງ​ດ້ານ​ວັດທະນະທຳ​ລະຫວ່າງ​ປະຊາຊົນ​ສອງ​ຊາດ, ປັບປຸງ​ແລະ​ພັດທະນາການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນລາວ​​ໃຫ້​ດີ, ນຳ​ເອົາ​ຜົນ​ປະ​ໂຫຍ​ດອັນ​ແທ້​ຈິງ​ມາໃຫ້​​ປະ​ຊາ​ຊົນ2ຊາດ, ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ​ຕະຫຼອດ​ໄປ.

ທ່ານ​​ເມີ້ງຈ້ຽນຈູ້​ຊີ້​ອອກ​ວ່າ, ​ໃນ​ວັນ​ທີ5ຕຸລາ​ປີນີ້, ​ເຮືອ​ບັນທຸກ​ສິນຄ້າຂອງ​ຈີນ2ລຳ​ພ້ອມ​ດ້ວຍລູກ​ເຮືອ13ຄົນ​ຖືກລັກ​ພາ​ຕົວ​​ແລະ​ຫຼອນ​ໂຈມ​ຕີ​ຢູ່​ແມ່​ນ້ຳຂອງ, ​ເຊິ່ງ​​ເຮັດ​ໃຫ້​ລູກ​ເຮືອ​ທັງ​ໝົດ​ຂອງຈີນ​ເສຍ​ຊີວິດ​. ຫຼັງ​ຈາກ​ເກີດ​ເຫດການ​ນີ້​ແລ້ວ, ລາວ​ໄດ້​ຊ່ວຍ​ເຫຼືອ​ເຮືອ​​ແລະ​ລູກ​ເຮືອຂອງ​ຈີນ​ທີ່​ຍັງ​ຄ້າງ​ຢູ່ລາວກັບ​ຄືນປະ​ເທດ, ຈີນ​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​ຕໍ່​ເລື່ອງ​ດັ່ງກ່າວ. ການ​ຮັບປະກັນ​ຄວາມ​ປອດ​ໄພທາ​ງ​ດ້ານ​ຊີວິດ​ແລະຊັບ​ສິນ​ຂອງ​ເຮືອ​ແລະ​ບຸກຄົນ​ທີ່​ເດີນ​ເຮືອ​ຕາມລຳ​​​ນ້ຳຂອງ​​ແມ່ນຄວາມ​ປາ​ຖະໜາ​ຮ່ວມ​​ຂອງ​ຝ່າຍ ຕ່າງໆ. ການ​ຈັດ​ກອງ​ປະຊຸມ​ດ້ານ​ການ​ປະຕິບັດ​ກົດໝາຍ​ຢູ່​ເຂດ​ແມ່​ນ້ຳຂອງ​ລະຫວ່າງ4ປະ​ເທດມີ​ຄວາມ​ໝາຍ​ສຳຄັນ​ຫຼາຍຕໍ່​ການ​​ຮ່ວມ​ມືດ້ານ​ການ​ຮັກສາ​ຄວາມ​ປອດ​ໄພ​​ແລະ​ປະຕິບັດ​ກົດໝາຍ, ຮ່ວມ​ກັນ​ຕໍ່ຕ້ານ​ການຄ້າ​ຢາ​ເສບ​ຕິດ​ແລະ​ການກໍ່​ອາ​ຊະຍາ​ກຳ​ຂ້າມ​ຊາດຕ່າງໆ, ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ການ​ເດີນ​ເຮືອ​ລະຫວ່າງ​ຊາດ.

ທ່ານ​ດວງ​ໃຈ ພິຈິດ​ກ່າວ​ວ່າ, ລັດຖະບານ​ລາວ​ເອົາ​ໃຈ​ໃສ່​ໃນ​ການ​ຮ່ວມ​ມືດ້ວຍ​​ໄມ​ຕິ​ຈິດມິດຕະພາບ​ກັບ​ຈີນ​, ຍິນ​ດີ​ພະຍາຍາມ​ຮ່ວມ​ກັນ​ກັບ​​ຈີນ, ​ເພີ່​ມທະວີ​ການ​ຮ່ວມ​ມືດ້ານ​ການ​ຮັກສາຄວາມ​ປອດ​ໄພ​​ປະຕິບັດ​ກົດໝາຍຢູ່​ເຂດລຳ​ແມ່​ນ້ຳຂອງ, ນຳ​ໃຊ້​ມາດ​ຕະການ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ເພື່ອ​ຕໍ່ຕ້ານ​ການ​ເຄື່ອນ​ໄຫວ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ທີ່ມີ​ຜົນ​ຮ້າຍ​ຕໍ່​ຄວາມ​ປອດ​ໄພ​ຂອງ​ເຂດ​ແມ່​ນ້ຳຂອງ, ​ຮັກສາ​ຄວາມ​ປອດ​ໄພ​​ໃນການ​ເດີນ​​ເຮືອ​ສາກົນຢູ່​ແມ່​ນ້ຳຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ