ຂະຫຍາຍ​ການ​ພົວພັນ​ຈີນ​ເອີ​ລົບ​ດ້ວຍ​ສາຍຕາ​ຍຸດ​ທະ​ສາດ

(GMT+08:00) 2011-10-31 16:22:09     cri
ຕອນ​ຄ່ຳ​ວັນ​ທີ30​ຕຸລາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ດ້ວຍ​ເຮືອບິນ​ພິ​ເສດ​ໄປ​ຮອດ​ນະຄອນ​ວຽນ, ​ເລີ່​ມຢ້ຽມຢາມ​ໂອ​ຕຼິສທາງ​ລັດຖະກິດ​. ​ໃນອີກ​ຫຼາຍ​ມື້ຕໍ່ໜ້າ​ນີ້, ຜູ້ນຳ​ຂອງປະ​ເທດ​ທີ່​ພັດທະນາ​ແລ້ວ​ຕົ້ນຕໍ​ຂອງ​ໂລກ​ແລະປະ​ເທດ​ຕາງໜ້າ​ຕະຫຼາດ​ຈະ​ເລີ​ນ​ໃໝ່ ​​ເຊັ່ນ ຈີນ, ອິນ​ເດຍ, ​ເບຼຊິນ​ເປັນ​ຕົ້ນ ຈະ​ເຕົ້າ​ໂຮມ​ກັນ​ຢູ່​​ເມືອງ​ການຂອງຝຣັ່ງ, ​ເພື່ອ​ປຶກສາ​ຫາລື​ບັນຫາ​ເສດຖະກິດ​ໂລກ​ທີ່​ສັບສົນ.

ສະຫະພາ​ບ​ເອີ​ລົບ​ແມ່ນ​ກຳລັງ​ເສດຖະກິດ​ທີ່​ສຳຄັນ​ຂອງ​ໂລກ, ຈີນ​ຫວັງ​ຢາກ​ໃຫ້​ລົງ​ເລິກ​ການ​ຮ່ວມມື​ກັບ​ເອີ​ລົບ​ຕື່ມ​ອີກ, ​ເປີດ​ກວ້າງ​ການ​ຮ່ວມມື​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ເງິນແລະ​ອື່ນໆ, ບັນລຸ​ການ​ພັດທະນາ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​​ຜົນ​ປະ​ໂຫຍ​ດ.

ການ​ຮ່ວມ​ມືລະຫວ່າງ​ຈີນ​ສະຫະພາບ​ເອີ​ລົບ​ປະ​ເຊີນ​ກັບໂອກາດ​ຄັ້ງປະ​ຫວັດ​ສາດ. ດ້ານ​ໜຶ່ງ, ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ທີ່​ເກີດ​ຂຶ້ນ​ໃນ​ປີ2008​ໄດ້​ລົງ​ເລິກ​ແລະ​ຂະຫຍາຍ​ກວ້າງ​ອອກ​ຕື່ມ​ອີກ, ​ເສດຖະກິດ​ຂອງອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​​ແລ້ວ ​ເຊັ່ນ ສະຫະພາບ​ເອີ​ລົບ ​ໄດ້​ຕົກ​ຕ່ຳ, ມີ​ບັນຫາ​ໜີ້​ສິນ​ອັນ​ໜັກໜ່ວງ, ອົງ​ກອນ​ເສດຖະກິດ​ທີ່​ຈະ​ເລີ​ນ​ໃໝ່​ກໍ​ປະ​ເຊີນ​ກັບ​ບັນຫາ​ຕ່າງໆ ​ເຊັ່ນ: ​ໄພ​ເງິນ​ເຟີ້, ການ​ຄ້າ​ບໍ່​​ເຂັ້ມແຂງ​ແລະ​ອື່ນໆ, ຈີນ​ສະຫະ​ພາບ​ເອີ​ລົບ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ຈິ່ງ​ຈະ​ສາມາດ​ຜ່ານ​ຜ່າຄວາມ​ຫຍຸ້ງຍາກ. ອີກ​ດ້ານ​ໜຶ່ງ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ມີ​ລັກສະນະ​ຊຸກ​ຍູ້​ຊ່ວຍ​ເຫຼືອ​ກັນ. ​ໃນ​ທົດ​ສະ​ວັດ​ທີ​ສອງ​ຂອງ​ສະຕະວັດ​ໃໝ່, ຈີນ​ໄດ້​ປ່ຽນ​ແປງ​ຮູບ​ການ​ພັດທະນາ​ເສດຖະກິດ​ແລະ​ພະຍາຍາມ​ບັນລຸ​ການ​ພັດທະນາ​ແບບ​ກົມກຽວ​ກັນ, "ຍຸດ​ທະ​ສາດ2020​ຂອງ​ເອີ​ລົບ"ທີ່​ມີ​ຈຸດປະສົງ​ຢາກ​ຊຸກ​ຍູ້​ການ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​​ໂລ​ຊີ​ແລະ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ, ​​ແມ່ນ​ສອດຄ່ອງ​ກັບອະນາຄົດ​ອັນ​ສົດ​ໃສ​ເພື່ອ​ຍົກ​ລະດັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.

​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ສະຫະພາບ​ເອີ​ລົບ​ປະສົບ​ຄວາມ​ຫຍຸ້ງຍາກ, ສັນຍາຣີສບອນ​ຫາ​ກໍ່​ມີ​ຜົນ​ບັງຄັບ​ໃຊ້​ກໍຖືກກະທົບກະ​ເທືອ​ນຈາກ​ວິ​ກິດ​ການ​ການ​ເງິນ​; ວິ​ກິດ​ການ​ໜີ້​ສິນ​ຂອງ​ລັດ​ແຜ່​ລາມ​ອອກ​ເລື້ອຍໆ, ​ເປັນ​ອຸປະສັກ​ອີກ​ຢ່າງ​ໜຶ່ງ​ຕໍ່ເສດຖະກິດຂອງ​ສະຫະພາ​ບ​ເອີ​ລົບ; ຍ້ອນ​ຄວາມ​ຂັດ​ແຍ່ງ​ໃນ​ໂຕ​ຂອງ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ, ພ້ອມ​ດ້ວຍ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ​ມີ​ລະດັບ​ການ​ພັດທະນາ​ທີ່ຕ່າງ​ກັນ​ແລະ​ເສດຖະກິດ​ທົ່ວ​ໂລກຕົກ​ຕ່ຳ​ລົງ, ສະຫະພາບ​ເອີ​ລົບ​ຈະ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ດ້ານຕໍ່​ໄປ.

​ໃນ​ຂະນະ​ທີ່​ປະ​ເທດ​ເຂດ​ໃຊ້​ເງິນ​​​ເອີ​ໂຣພົບ​ຄວາມ​ຫຍຸ້ງຍາກ, ຈີນບໍ່​ໄດ້​ເບິ່ງ​ເສີຍ​ເມີຍ, ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ຢ່າງທ່ວງ​ທັນ​​ຕາມ​ຄວາມ​ສາມາດ​ຂອງ​ຕົນ. ຝ່າຍ​ຈີນ​ໄດ້​ສົ່ງ​ສັນຍານ​ສຳຄັນ, ນັ້ນ​ກໍ​ຄື, ສະໜັບສະໜູນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ເອີ​ລົບ, ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ເງິນ​ເອີ​ໂຣ, ​ເຊື່ອ​ວ່າ​ເອີ​ລົບ​ສາມາດ​ຜ່ານ​ຜ່າວິ​ກິດ​ການ​ໜີ້​ສິນ​ຂອງ​ລັດ​ແລະ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ເອີ​ລົບ.

ພາຍ​ໃຕ້​ສະຖານະ​ການ​ປະຈຸ​ບັນ, ຈີນ​ເອີ​ລົບ​ຍິ່ງ​ຕ້ອງການ​ມີ​ສາຍຕາ​ຍຸດ​ທະ​ສາດ​ເບິ່ງ​ກວ້າງ​ມອງ​ໄກ, ​ເພື່ອ​ຕີ​ລາຄາແລະ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​​ເອີ​ລົບ, ພະຍາຍາມ​ຊອກ​ຫາ​ໂອກາດ​ຮ່ວມ​ມື​ໃນ​ເວລາ​ຮັບ​ມື​ກັບ​ວິ​ກິດ​ການ, ບໍ່ພ​ຽງ​ແຕ່​ຊຸກ​ຍູ້​ການ​ຮ່ວມ​ມື​ຈີນ​ເອີ​ລົບ​ໃນ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ຢູ່​ປະຈຸ​ບັນ​ເທົ່າ​ນັ້ນ, ຍິ່ງ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ທີ່​ພົບ​ຄວາມ​ຫຍຸ້ງຍາກ​ແລະ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ອື່ນໆຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ