ຍານ​ອາ​ວະ​ກາດ"​ເຊິນ​ໂຈ່ວ​ເລກ​8"​ຈະ​ຍິງ​ຂຶ້ນ​ສູ່​ອາ​ວະ​ກາດ​ໃນ​ວັນ​ທີ​1​​ພະ​ຈິກ​ໜ້າ​ນີ້

(GMT+08:00) 2011-10-31 17:31:07     cri
ວັນ​ທີ31​ຕຸລາ​ນີ້,​ໂຄສົກ​ຖະ​ແຫຼງຂ່າວ​ຂອງ​ໂຄງ​ການ​ການ​ບິນ​ອາ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ຂອງ​ຈີນ​ເປີດ​ເຜີຍ​ວ່າ,​ຍານ​ອາ​ວະ​ກາດ​"​ເຊິ​ນ​ໂຈ່ວ​ເລກ​8"​ຈະ​ຍິງ​ຂຶ້ນ​ສູ່​ອາ​ວະ​ກາດ​ໃນ​ເວ​ລາ​5​ໂມງ​58​ນາ ທີ​ຕອນ​ເຊົ້າ​ຂອ​ງວັນ​ທີ​1​ພະ​ຈິກ​ໜ້າ​ນີ້.​ແລະ​ໃນ​ວັນ​ທີ​31​ຕຸ​ລາ​ນີ້,​ຈະ​ຫຼວດ​ສົ່ງ​ຍານ​ຈະ​ໃສ່​ນ້ຳ​ມັນ​ເຊື້ອ​ໄຟ​ໃຫ້​ພຽງ​ພໍ.

ຍານ​ອາ​ວະ​ກາດ​"ເຊິ​ນ​ໂຈ່​ວ​ເລກ8"​ແມ່ນ​ຍານ​ອາ​ວະ​ກາດ​ທີ່​ໄດ້​ຮັບ​ການ​ປັບ​ປຸງ,​ມີ​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ໄດ້​ແບບ​ອັດ​ຕະ​ໂນ​ມັດ​ແລະ​ມີ​ຄົນ​ຄວບ​ຄຸມ.​ເມື່ອ​ຍິງ​ສົ່ງ​ຂຶ້ນ​ສູ່​ອາ​ວະ​ກາດ​ແລ້ວ​ຈະ​ເຊື່ອມ​ຕໍ່​ກັບ​ຍານ​ອາ​ວະ​ກາດ​"ທ່ຽນ​ກົ່ງ​​ເລກ1",​ຊຶ່ງ​ເປັນ​ການ​ສຳ​ເລັດ​ໜ້າ​ທີ່​ເຊື່ອມ​ຕໍ່​ຢູ່​ອາ​ວະ​ກາດ​ເທື່ອ​ທຳ​ອິດ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ