ກອງ​ປະຊຸມ​ການ​ຮ່ວມ​ມື​ໃນ​ການ​ປະຕິ​ບັດ​ກົດ​ໝາຍ​ແລະ​ຄວາມ​ປອດ​ໄພຕາມ​ລຳ​ແມ່​ນ້ຳຂອງ​ລະ​ຫວ່າງ​ຈີນ, ລາວ, ມຽນ​ມາ​ແລະ​ໄທ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

(GMT+08:00) 2011-11-01 15:33:00     cri
ວັນ​ທີ31ຕຸລາ​ແລ້ວນີ້, ກອງ​ປະຊຸມ​ການ​ຮ່ວມ​ມື​ໃນ​ການ​ປະຕິບັດ​ກົດ​ໝາຍ​ແລະ​ຄວາມ​ປອດ​ໄພຕາມລຳ​ແມ່​ນ້ຳຂອງ​ລະ​ຫວ່າງ​ຈີນ, ລາວ, ມຽນ​ມາ​ແລະ​ໄທ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ. ​ກ່ຽວ​ກັບ​ສະພາບ​ການ​ຄວາມ​ປອດ​ໄພຕາມ​ລຳ​ແມ່​ນ້ຳຂອງ, ກອງ​ປະຊຸມ​ໄດ້​ຄົ້ນຄວ້າ​ສ້າງ​ກົນ​ໄກ​ຮ່ວມ​ມື​​ໃນ​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ປອດ​ໄພ​ລະຫວ່າງ​4ປະ​ເທດ​ຕາມ​ລຳ​ແມ່​ນ້ຳຂອງ, ​ແລະ​ປະສານ​ງານ​ຈຸດຢືນ​ຂອງ​ຝ່າຍ​ຕ່າງໆ​ຕື່ມ​ອີກ, ​ເພື່ອ​ເຮັດ​ໃຫ້ການ​ສືບ​ສວນ​ຄະດີ"ວັນ​ທີ5ຕຸລາ"ຢ່າງ​ຈະ​ແຈ້ງ.

ທ່ານ​ເມີ້ງ​ຈ້ຽນຈູ້, ທີ່ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ສັນຕິ​ບານ​ຈີນ​ເປັນ​ປະທານ​ກອງ​ປະຊຸມ. ​ພົນ​ໂທດວງ​ໃຈ ພິຈິດ, ຮອງ​ນາຍົກ​ລັດຖະ​ມົນຕີ​ທັງ​ເປັນ​ລັດຖະ​ມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ທ່ານ​ໂກ​ໂກ, ລັດຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ​ມຽນມາ, ​ແລະ​ທ່ານ​ໂກວິດ ວັດທະ​ນະ, ຮອງ​ນາຍົກ​ລັດຖະ​ມົນຕີ​ໄທ​ໄດ້​ນຳພາ​ຄະນະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ດັ່ງ​ກ່າວ.

ດ້ວຍຄວາມ​ພະຍາ​ຍາມ​ຮ່ວມ​ກັນ​ຂອງຝ່າຍ​ຕ່າງໆ, ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ກອງ​ປະຊຸມ​ໄດ້​ຮັບຮອງ"ບົດ​ບັນທຶກ​ກອງ​ປະຊຸມການ​ຮ່ວມ​ມື​​ໃນ​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ປອດ​ໄພຕາມລຳ​ແມ່​ນ້ຳຂອງ​", ​ເປີ​ດ​ເຜີຍ"ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປະຕິບັດ​ກົດ​ໝາຍ​ແລະ​ຄວາມ​ປອດ​ໄພຕາມລຳ​ແມ່​ນ້ຳຂອງ", ​ແລະ​ມີ​ຄວາມ​ເຫັນ​​ເປັນ​ເອກະ​ພາບ​ກັນຫຼາຍ​ດ້ານ​ເປັນ​ຕົ້ນ​ແມ່ນ: ​ເຫັນ​ດີ​ໃຊ້​ມາດ​ຕະການ​ອັນ​​ເຂັ້ມ​ງວດຕື່ມ​ອີກ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ສືບສວນ​ຄະດີທີ່​ເກີດ​ຂຶ້ນ; ດ້ານ​ທີ2, ​ເພື່ອ​ຮັບ​ມຶກັບ​ເງື່ອນ​ໄຂໃໝ່​ດ້ານ​ຄວາມ​ປອດ​ໄພ​ຢູ່​ລຳ​ແມ່​ນ້ຳຂອງ, ກອງ​ປະຊຸມ​ໄດ້​ເຫັນ​ດີ​ໃຫ້​ສ້າງ​ກົນ​ໄກການ​ຮ່ວມ​ມື​ໃນ​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ປອດ​ໄພລຳ​ແມ່​ນ້ຳຂອງ​ລະ​ຫວ່າງ​ຈີນ​, ລາວ, ມຽນມາ​ແລະ​ໄທ, ​ແລກປ່ຽນ​ຂໍ້ມູນ​ຂ່າວສານ, ຮ່ວມ​ກັນ​ລາດຕະ​ເວນ​ປະຕິບັດ​ກົດໝາຍ, ຮ່ວມ​ກັນ​ຕໍ່ຕ້ານ​ການ​ກໍ່​ອາ​ສະ​ຍາ​ກຳ​ຂ້າມ​ຊາດ, ຮ່ວມ​ກັນ​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ; ດ້ານ​ທີ3, ​ເຫັນ​ດີ​ໃຫ້​ນຳ​ໃຊ້​ຮູ​ບການ​ຕ່າງໆ, ​ເຊັ່ນ​ຮ່ວມ​ກັນ​ສືບສວນ​ຄະດີ, ປັບປຸງ​ວຽກ​ງານ​ໂດ​ຍສະ​ເພາະ​ເປັນ​ຕົ້ນ, ຮ່ວມ​ກັນ​ຕໍ່ຕ້ານ​ການ​ກໍ່​ອາ​ສະ​ຍາກຳ​ຂ້າມ​ຊາດ​ໂດຍ​ສະ​ເພາະ​ແມ່ນ​ການ​ປາບ​ປາມ​ກຸ່ມ​ຄ້າ​ຢາ​ເສບ​ຕິດ; ​ແລະ​ບັນຫາ​ສຸດ​ທ້າຍ​ແມ່ນ, ດຳ​ເນີນ​ການ​ລາດຕະ​ເວນ​ປະຕິບັດ​ກົດໝາຍ​ຮ່ວມ​ກັນ​ໂດຍ​ໄວ, ສ້າງ​ເງື່ອນ​ໄຂ​ດ້ານ​ຄວາມ​ປອດ​ໄພ​ໃຫ້​ແກ່​ການ​ຟື້ນ​ຟູ​ການ​ເດີນ​ເຮືອ​ຕາມ​ລຳ​ແມ່​ນ້ຳຂອງ, ພະຍາຍາມ​ໃຫ້​ຟື້ນ​ຟູ​ການ​ເດີນ​ເຮືອ​ກ່ອນ​ການ​ຈັດ​ກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​​ເດືອນ​ທັນວາ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ