ຍານ​ອະວະກາດ​ເຊີນ​ໂຈ​ວ​ເລກ 8 ຂອງ​ຈີນ​ຖືກ​ສົ່ງ​ຂຶ້ນສູ່ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2011-11-01 09:37:48     cri
ຕອນ​ຮຸ່ງ​​ເຊົ້າ​ວັນ​ທີ 1 ພະຈິກ​ນີ້, ທ່ານ​ຊາງ​ວ້ານຊວນ, ຜູ່​ບັນຊາ​ການ​ໃຫຍ່​ຂອງ​ໂຄງການ​ການບິນອະວະກາດ​ບັນທຸກ​ມະນຸດ​ຂອງ​ຈີນປະກາດ​ຢູ່​ສູນ​ສົ່ງ​ດາວ​ທຽມ​ຈິ​ວ ຊວນວ່າ, ຍານ​ອະວະກາດ​ເຊີນ​ໂຈ​ວ​ເລກ 8 ​ໄດ້​ເຂົ້າ​ສູ່​ວົງໂຄຈອນ​ທີ່​ກຳນົດ​ໄວ້,​ແລ້ວ​ຖືກ​ສົ່ງ​ຂຶ້ນ​ສູ່​ອະວະກາດ​ຢ່າງ​ສຳ​ເລັດ​ຜົນ.

ຍານ​ອະວະກາດ​ເຊີນ​ໂຈ​ວ​ເລກ 8 ​ແມ່ນ​ຖືກ​ຈະ​ຫລວດ​ສົ່ງ​ຍານ​ຊາງ​ເຈິ່ງ​ເລກ 2-F ຢາ​ວ-8 ສົ່ງ​ຂຶ້ນ​ສູ່​ອະວະກາດ​ຈາກ​ສູນ​ສົ່ງ​ດາວ​ທຽມຈິ​ວຊວນ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​ຈີນ​ໃນ​ເວລາ 5 ​ໂມງ 58 ນາທີ.

ຫນ້າ​ທີ່​ສຳຄັນ​ຂອງ​ຍານ​ອະວະກາດ​ເຊີນ​ໂຈ​ວ​ເລກ 8 ​ແມ່ນ:​ເຊື່ອມ​ຕໍ່​ກັບ​ຍານ​ອະວະກາດ​ທຽນ​ກົ່ງ​ເລກ 1 ,​ເຊິ່ງ​ເປັນ​ການ​ທົດ​ລອງ​ການ​ໃຫ້​ຍານ​ອະ ວະກາດ​ເຊື່ອມ​ຕໍ່​ກັນ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ຈີນ, ​ເພື່ອ ​ຢືນຢັນ​ເຕັກນິກ​ເຊື່ອມ​ຕໍ່​ຂອງ​ຍານ​ອະວະກາດ;ສຳ​ຫລວດ​ຄຸນ​ນະພາ​ບ​ຂອງ​ຍານ​ອະວະກາດ​ເຊີນ​ໂຈ​ວ​ແລະ​ຈະ​ຫລວດ​ສົ່ງ​ຍານຊາງ​ເຈີ​ນ​ເລກ 2-F ,​ແລະ​ການ​ປະສານ​ງານ​ລະຫວ່າງລະບົບ​ຕ່າງໆ;ຢືນຢັນ​ຮູບ​ການ​ດຳ​ເນີນ​ງານ​ຂອງ​ຍານ​ອະວະກາດ​ທັງ​ສອງ​ທີ່​ເຊື່ອ​ມຕໍ່​ກັນ​ແລະ​ດຳ​ເນີນ​ການ​ທົດ​ລອງ​ວິທະຍາສາດ​ຢູ່​ໃນ​ອະວະກາດ.

ຍານ​ອະວະກາດ​​ເຊີນ​ໂຈ​ວ​ເລກ 8 ​ເປັນ​ຍານ​ອະວະກາດ​ທີ່ບໍ່​ໄດ້​ບັນທຸກ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ