ຈີນ​ກ່າວ​ວ່າ ກາ​ນສ້າງສາ​ສັນຕິພາບຄືນ​ໃໝ່​ພາຍຫຼັງ​​ການ​ປະ​ທະ​ກັນ​ຄວນ​ເຄົາລົບ​ຂົງ​ເຂດ​ບູລິ​ມະ​ສິດທີ່​ປະ​ເທດກ່ຽວ​ຕົກລົງ

(GMT+08:00) 2011-11-01 17:20:07     cri
ວັນ​ທີ31ຕຸລາ​​ແລ້ວນີ້,ຢູ່​ທີ່​ນິວຢອກ,ທ່ານ​ຫວາງ​ມິນ, ຮອງ​ຜູ້​​ແທນຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ກ່າວ​ຢູ່​ສຳນັກງານ​ໃຫຍ່ສະຫະ​ປະຊາ​ຊາດ​ວ່າ, ການສ້າງສາ​ສັນຕິພາບ​ຄືນ​ໃໝ່​ພາຍຫຼັງ​ການ​ປະ​ທະ​ກັນ​ຄວນ​ເຄົາລົບສິດ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ປະ​ເທດ​ກ່ຽວ,ຢືນຢັນ​ຂົງ​ເຂດ​ບູລິ​ມະ​ສິດ,​ແລະ​ເສີມ​ຂະຫຍາຍ​ບົດບາດ​ທາງ​ດ້ານ​ຊັບພະຍາກອນ​ຢ່າງ​ກວ້າງ​ຂວາງ​ທີ່​ສຸດ.

ມື້​ດຽວ​ກັນ,ທ່ານ​ຫວາງ​ມິນ​ກ່າວ​ໃນ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ​ວ່າ, ​ການ​ສ້າງສາສັນຕິພາບຄືນ​ໃໝ່ພາຍຫຼັງ​ການ​ປະ​ທະ​ກັນ​ຄວນ​ເຄົາລົບສິດເປັນ​ເຈົ້າ​ຕົນ​ເອງ​ຂອງ​ປະ​ເທດ​ກ່ຽວຢ່າງ​ເຕັມສ່ວນ.ປະ​ເທດ​ທີ່​​ເກີດ​ການ​ປະ​ທະ​ກັນ​ແລ້ວ​ຄວນ​ມີ​ຄວາມ​ຮັບຜິດຊອບ​​ສຳຄັນ​ກວ່າ​ເພິ່ນຕໍ່​ການ​ສ້າງສາ​ສັນຕິພາບ​ຂອງ​ປະ​ເທດ​ຕົນ. ທ່ານ​ກ່າວ​​ເນັ້ນ​ວ່າ,ປະຊາ​ຄົມ​ໂລກ​ຄວນ​ເຄົາລົບ​ຄວາມ​ມຸ່ງ​ມາດ​ປາດຖະໜາ​ຂອງ​ປະ​ເທດ​ກ່ຽວ​ໃນການດຳ​ເນີນ​ວຽກ​ງານການ​ສ້າງສາ​ສັນຕິພາບ,ພະຍາຍາມ​ຊ່ວຍ​ປະ​ເທດ​ກ່ຽວເພີ່ມ​ທະວີ​ການ​ພັດທະນາ​ກຳລັງ​ແຮງ​ຂອງ​ຊາດ,ຍົກ​ສູງ​ລະດັບ​ການ​ປົກຄອງ,ພ້ອມ​ທັງ​ຕ້ອງ​ພິຈາລະນາ​ເຖິງ​ຄວາມ​ແຕກ​ຕ່າງ​ກັນ​ຂອງ​ສະພາບແຫ່ງ​ຊາດ​ຂອງ​ປະ​ເທດທີ່​ກ່ຽວຂ້ອງ,​​ຈັດ​ຕັ້ງ​ປະຕິບັດດ້ວຍ​ຮູບ​ການປະສານ​ງານ​ແລະ​ເພື່ອ​ແນ​​ໃສ່,
​ເພີ່​ມທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບປະ​ເທດກ່ຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ