ຍານ​ອາ​ວະ​ກາດ​ເສີນ​ໂຈ່ວ​ເລກ​8​ຂອງ​ຈີນ​ໄດ້​ສົ່ງ​ຂຶ້ນ​ສູ່​ອາ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2011-11-01 17:35:59     cri
ເວລາ5​ໂມງ58ນາທີ​ຂອງ​ວັນ​ທີ1ພະຈິກ​ນີ້,ຍານ​ອາ​ວະ​ກາດ​ເສີນ​ໂຈ່​ວ​ເລກ8ຂອງ​ຈີນ​​ໄດ້ຖືກ​ສົ່ງ​ຂຶ້ນ​ສູ່​ອາ​ວະ​ກາດ​ຈາກສູນ​ສົ່ງ​ດາວ​ທຽມ​ຈິ​ວສວນ​ຂອງ​ຈີນ,​ແລະຈະ​ເຊື່ອມ​ຕໍ່​ກັບ​ຍານ​ອາ​ວະ​ກາດ​"ທຽນ​ກົ່ງ​ເລກ1"ຂອງ​ຈີນ​ໃນ​2ວັນຂ້າງ​ໜ້ານີ້,​​ເຊິ່ງ​ເປັນການ​ທົດ​ລອງ​ເຊື່ອມ​ຕໍ່​ລະຫວ່າງ​ສອງຍານ​ອາ​ວະ​ກາດ​ຂອງ​ຈີນ​ເປັນເທື່ອ​ທຳ​ອິດ​.

ອີງ​ຕາມ​ແຜນການ​ໂຄງການ​ການບິນ​ອາ​ວະ​ກາດ​ບັນທຸກ​ມະນຸດ​ຂອງຈີນຈະ​​ແບ່ງ​ເປັນ3ຂັ້ນ​ຕອນ​ບັນລຸ​ເປົ້າ​ໝາຍທີ່​ສ້າງ​ສະຖານີ​ອາ​ວະ​ກາດ​ທີ່​ມີ​ຄົນ​ດູ​ແລ​ເປັນ​ເທື່ອລະ​ກ້າວ. ​ແຕ່​ຍານ​ອາ​ວະ​ກາດ "ທຽນ​ກົ່ງ​ເລກ1"​ເຊື່ອມ​ຕໍ່​ກັບ​ຍານ​ອາ​ວະ​ກາດ "​ເສີນ​ໂຈ່​ວ​ເລກ8"ຢູ່​ໃນ​ອາ​ວະ​ກາດ​ຈະ​ສຳ​ເລັດ​ໜ້າ​ທີ່​ທີ່​ສຳຄັນ​ໃນ​ຂັ້ນ​ຕອນ​ທີສອງ.

​ເພື່ອ​ສຳ​ເລັດ​ໜ້າ​ທີ່​ເຊື່ອມ​ຕໍ່​ລະຫວ່າງ​ສອງຍານ​ອາ​ວະ​ກາດ​ໄດ້​ຢ່າງຈົບງາມ,ລະບົບສະຖານ​ທີ່​ສົ່ງ​ຍານ​ອາ​ວະ​ກາດ,​ຈະ​ຫຼວດ​ສົ່ງ ຍານ​ອາ​ວະ​ກາດ​ແລະ​ລະ​ບົບ​ອື່ນໆ​ໄດ້​ຮັບການ​ປັບ​ປຸງ​ຢ່າງ​ຫຼວງ​ຫຼາຍ. ​ຖື​ຈະ​ຫຼວດ​ສົ່ງ​ຍານ​ເປັນ​ຕົວຢ່າງ,​ໃນ​ເທື່ອ​ນີ້,ຈີນ​ໄດ້​ປັບປຸງ​ເຕັກ​ນິກ 150​ກວ່າ​ລາຍ​ການ ດ້ານ​ການ​ສົ່ງ​ຍານ.ທ່ານ​ຈຽງ​ຈີ,ຮອງ​ຊ່າງ​ອອກ​ແບບ​ໃຫຍ່​ຜູ້​ທີ​ໜຶ່ງ​ຂອງ​ສະຖານີ​ເລກ​ໜຶ່ງ​ຂອງ​ກຸ່ມ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ການບິນ​ອາ​ວະ​ກາດ​ຈີນ​ກ່າວ​ວ່າ:​"ທີ​ໜຶ່ງ​​ໄດ້​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ການ​ບັນທຸກ​ຂອງ​ຍານ,​ເພີ່ມ​ວັດ​ຖຸ​ເຊື້ອ​ໄຟ​ໃຫ້​ຫຼາຍ​ກວ່າ​ເກົ່າ. ທີ​ສອງ​ແມ່ນ​ໄດ້​ຍົກ​ສູງ​ລະດັບ​ທີ່​ໃຫ້​ຍານ​ອາ​ວະ​ກາດ​ເຂົ້າ​ວົງ​ໂຄຈອນ​.ທີ​ສາມ​ແມ່ນ​ໄດ້​ຍົກ​ສູງ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ຈະ​ຫຼວດ​ສົ່ງ​ຍານ."

​ເຕັກ​ນິກ​ໃນການ​ເຊື່ອມ​ຕໍ່ລະຫວ່າງຍານ​ອາ​ວະ​ກາດ​ແມ່ນ​​ເຕັກນິກທີ່​ຍາກ​ທີ່​ສຸດ​ໃນ​ຂົງ​ເຂດ​ການ​ບິນ​ອາ​ວະ​ກາດ,ມີ​ຄວາມ​ສ່ຽງ​ຫຼາຍ. ທ່ານ​ນາງ​ຫວູ​ຜິງ, ​ໂຄ​ສົກ​ໂຄງການ​ການບິນ​ອາ​ວະ​ກາດ​ບັນທຸກ​ມະນຸດຂອງ​​ຈີນ​ກ່າວ​ວ່າ,ຈີນ​ໄດ້​ໃຊ້​ມາດ​ຕະການ​ຕ່າງໆ​ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ,​ນາງ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຕໍ່​ການ​ສົ່ງ​ຍານ​ອາ​ວະ​ກາດ "​ເສີນ​ໂຈ່​ວ​ເລກ​8​"​ຂຶ້ນ​ສູ່​ອາ​ວະ​ກາດ​ແລະ​ການ​ສຳ​ເລັດ​ໜ້າ​ທີ່​ການ​ເຊື່ອມ​ຕໍ່​ກັບ​ຍານ​ອາ​ວະ​ກາດ​ "ທຽນ​ກົ່ງ​ເລກ​1",​ນາງ​ກ່າວ​ວ່າ: ​"ກ່ອນ​ອື່ນ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອງ​ຍານ​ອາ​ວະ​ກາດ; ສອງ​ແມ່ນ​ໄດ້​ດຳ​ເນີນ​ວຽກ​ງານ​ການ​ທົດ​ລອງ​ສົ່ງ​ຍານ​ແລະ​ເຊື່ອມ​ຕໍ່​ຢູ່​ໜ້າ​ດິນ​ຫຼາຍ​ເທື່ອ;​ສາມ​ແມ່ນ​ໄດ້​ວາງ​ແຜນ​ແກ້​ໄຂ​ການ​ຂັດ​ຂ້ອງ​ທາງ​ດ້ານ​ເຕັກ​ນິກ​ຢ່າງ​ລະ​ອຽດ,​ວາງ​ແຜນ​ການ​ເກືອບ​ຮ້ອຍ​ຄັ້ງ,​ແລະ​ໄດ້​ດຳ​ເນີນ​ການ​ເຝິກ​ຊ້ອມ​ແລ້ວ​ເຝິກ​ຊ້ອມ​ອີກ."

​ໃນການສົ່ງ​ຍານ​ອາ​ວະ​ກາດ​ "​ເສີນ​ໂຈ່​ວ​ເລກ8"​ຂອງ​ຈີນເທື່ອ​ນີ້,ຈີນ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ການ​ນຳ​ໃຊ້​ເຕັກ​ນິກ​ທາງ​ດ້ານ​ອາ​ວະ​ກາດ​ເທື່ອ​ທຳ​ອິດ.​ຍານ​ອາ​ວະ​ກາດ "​ເສີນ​ໂຈ່ວ​ເລກ​8"​ໄດ້​ບັນ​ທຸກ​ອຸ​ປະ​ກອນ​ທົດ​ລອງ​ວິ​ທະ​ຍາ​ສາດ​ດ້ານ​ຊີ​ວິດ​ໃນອາ​ວະ​ກາດ​ທີ່​ນັກ​ວິ​ທະ​ຍາ​ສາດ​ຈີນ-​ເຢຍລະ​ມັນ​ຮ່ວມ​ກັນ​ດຳ​ເນີນ,​ນັກ​ວິ​ທະ​ຍາ​ສາດ​ຂອງ​ສອງ​ປະ​ເທດ​ຈະ​ຮ່ວມ​ມື​ດຳ​ເນີນ​ການ​ທົດ​ລອງ​ທາງ​ວິ​ທະ​ຍາ​ສາດ​ດ້ານ​ຊີ​ວິດ​ໃນ​ອາ​ວະ​ກາດ17​ໂຄງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ