4ປະ​ເທດ​ເຫັນ​ດີ​ສ້າງ​ກົນ​ໄກຮ່ວມ​ມື​ວ່າ​ດ້ວຍ​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ປອດ​ໄພ​ຕາມ​ລຳ​ແມ່​ນ້ຳຂອງ​ແມ່ນ​ມີ​ຄວາມ​ໝາຍທາງ​ປະຫວັດສາດ

(GMT+08:00) 2011-11-01 18:09:59     cri
ກອງ​ປະຊຸມ​ຮ່ວມ​ມືວ່າ​ດ້ວຍ​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ປອດ​ໄພ​ຕາມ​ລຳ​ແມ່​ນ້ຳຂອງ​ລະຫວ່າງ​ຈີນ, ລາວ, ມຽນມາ​ແລະ​ໄທ ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ31​ຕຸລາ​ແລ້ວ​ນີ້. ກອງ​ປະຊຸມ​ໄດ້ຮັບຮອງ​ບົດ​ບັນທຶກ​ອງປະຊຸມ​ຮ່ວມ​ມືວ່າ​ດ້ວຍການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ປອດ​ໄພ​ຕາມ​ລຳ​ແມ່​ນ້ຳຂອງ, ​ໄດ້​ເຜີຍ​ແຜ່​ຖະ​ແຫຼ​ງການ​ຮ່ວມ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ປະຕິ​ບັດກົດໝາຍ​ແລະ​ຄວາມ​ປອດ​ໄພ​ຕາມ​ລຳ​ແມ່​ນ້ຳຂອງ. ທ່ານ​ຈ່າງ​ສົວກາງ ຮອງ​ຫົວໜ້າ​ຫ້ອງການ​ອາຊີ​​ໃຕ້​ແລະ​ອາຊີ​ອາຄະ​ເນຂອງສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ລະຫວ່າງ​ຊາດ​ຍຸກ​ປະຈຸ​ບັນ​ຂອງຈີນ​ເຫັນ​ວ່າ, ການ​ເຊັນ​ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ປອດ​ໄພ​ ​ແມ່ນສອດຄ່ອງ​ກັບ​ຄວາມ​ມຸ່ງ​ມາດປາຖະໜາ​ຂອງ​ບັນດາ​ຝ່າຍ, ທັງສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຝ່າຍ, ​ແມ່ນຄວາມ​ຄືບ​ໜ້າ​ທີ່​ມີ​ຄວາມໝາຍ​ທີ່ປະດິດ​ສ້າງ.

​ໃນ​ຖະ​ແຫຼ​ງການ​ຮ່ວມ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານການ​ປະຕິບັດ​ກົດໝາຍ​ແລະ​ຄວາມ​ປອດ​ໄພລຳ​ແມ່​ນ້ຳຂອງ, 4ປະ​ເທດ ຄື ຈີນ, ລາວ, ມຽນມາ​ແລະ​ໄທ​ໄດ້​​ມີ​ຄວາມ​​ເຫັນ​ເປັນ​ເອກະ​ພາບ​ກັນ, ຈະ​ນຳໃຊ້​ມາດ​ຕະການ, ​ເພີ່ມ​ຄວາມ​ສາມາດ​ຢ່າງ​ແຂງ​ແຮງ​ໃນການ​ສືບສວນ​ຄະດີ​ຮ່ວມ, ​ປາບ​ປາມ​ຜູ້​ກະທຳ​ຜິດ​ຢ່າງ​ບັງ​ເກີດ​ຜົນ.

ທ່ານ​ຈ່າງ​ສົວກາງ​ເຫັນ​ວ່າ, ຈີນ​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ​ກັບ​ຫຼາຍ​ປະ​ເທດ​ໃນ​ອາຊ​ຽນ, ມີ​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​​ໃກ້​ເຮືອນຄ​ຽງທີ່​ດີ​ຕໍ່​ກັນ, ​ເກີດ​ເຫດການ​ຫຼອນ​ໂຈມຕີຕາມ​ລຳ​ແມ່​ນ້ຳຂອງ, ບໍ່​ມີ​ຜົນ​ກະທົບ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ເຫຼົ່າ​ນັ້ນ, ຮ່ວມ​ກັນ​ປາບ​ປາມ​ຜູ້​ກະທຳ​ຜິດ, ຫາກ​ຈະ​ສາມາດ​ຊຸກ​ຍູ້​ການ​ຮ່ວມ​ມື​ກັນ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ.

ທ່ານ​ຈ່າງ​ສົວກາງ​ເຫັນ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ຕົກລົງ​ຈະ​​ສ້າງ​ກົນ​ໄກ​ທີ່​ໃຫ້4​ປະ​ເທດກວດກາ​ລາດຕະ​ເວນ​ຮ່ວມ ​ແມ່ນ​ຂ່າວ​ດີ​ສຳລັບ​ການ​ຊຸກ​ຍູ້​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ໃນ​ອະນຸ​ພາ​ກພື້ນ​ແມ່​ນ້ຳຂອງ​ກ້າວ​ເຂົ້າ​ສູ່​ລວງ​ເລິກ.

ບໍ່​ມີ​ຄວາມ​ປອດ​ໄພ​ຈະ​ບໍ່​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ທາງ​ເສດຖະກິດ, ຄວາມ​ປອ​ດ​ໄພ​ແມ່ນ​ຄວາມ​ຕ້ອງການ​ທີ່​ເປັນພື້ນຖານ. ພວກ​ຂ້າພະ​ເຈົ້າ​ກໍ​ຮູ້ສຶກ​ດີ​ໃຈ​ທີ່​ໄດ້​ເຫັນຝ່າຍ​ຕ່າງໆ​ສະໜັບສະໜູນບັນຫານີ້. ຂ້າພະ​ເຈົ້າ​ເຊື່ອ​ວ່າ, ການ​ສ້າງ​ແລະ​ປະຕິບັດ​ກົນ​ໄກ​ທີ່​ໃຫ້4​ປະ​ເທດ​ກວດກາລາດຕະ​ເວນ​ຮ່ວມ ຈະ​ມີ​ຜົນ​ດີ​ຊຸກ​ຍູ້​ການ​​ໄປມາຫາ​ສູ່​ດ້ານ​ຄົມມະນາຄົມ​ຕາມ​ລຳ​ແມ່​ນ້ຳຂອງ, ​ແລ້ວ​ມີ​ຜົນ​ດີ​ຕໍ່​ການ​ຄົມມະນາຄົມ​ຂົນ​ສົ່ງ​ທາງ​ນ້ຳ​​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ​ເຮັດ​ໃຫ້​ສິນຄ້າ, ບຸກຄະລາ​ກອນ​ແລະ​ເງິນ​ທຶນ​ໄປມາຫາ​ສູ່​ກັນ​ຢ່າງຮອຍ​ດ້ານ, ​ຊຸກ​ຍູ້​ການ​ຮ່ວມ​ມືລະຫວ່າງ​ຈີນ​ກັບ​ອາຊ​ຽນ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ພວກ​ເຮົາມີ​ຄວາມ​ເຫັນ​ໄປ​ໃນ​ທາງ​ທີ່ດີ​ຕໍ່​ເລື່ອງ​ນີ້​ໃນ​ອະນາຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ