ທ່ານ​ໂຈ່ວ​ຢົງ​ຄ່າງ,​ຕ້ອນ​ຮັບ​ຫົວ​ໜ້າ​ຄະ​ນະ​ຜູ່​ແທນ​ປະ​ເທດ​ຕ່າງໆ​ທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ຕາມ​ລຳ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ​ລາວ​ມຽນ​ມາ​ແລະ​ໄທ

(GMT+08:00) 2011-11-01 11:44:38     cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ31​ຕຸ​ລາ​ແລ້ວ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ໂຈ່​ວຢົງ​ຄ່າງ,​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ໄດ້​ຕ້ອນ​ຮັບ​ທ່ານ​ດວງ​ໃຈ ພິ​ຈິດ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ,​ທ່ານ​ໂກ​ໂກ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​​ພາຍ​ໃນ​ມຽນ​ມາ​ແລະ​ທ່ານ​ໂກ​ວິດ ວັດ​ທະ​ນະ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ທີ່​ໄດ້​ເດີນ​ທາງ​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ຕາມ​ລຳ​ແມ່​ນ້ຳ​ຂອງ​ຂອງ​ຈີນ​ລາວ​ມຽນມາ​ແລະ​ໄທ.

ທ່ານ​ໂຈ່​ວຢົງ​ຄ່າງ​ກ່າວ​ວ່າ,​ໂດຍ​ຕອບ​ສະໜອງ​ຕໍ່​ຂໍ້ລິ​ເລີ່​ມຂອງ​ຈີນ,ລາວ​ມຽນມາ​ແລະ​ໄທ​ໄດ້​ສົ່ງ​ຄະ​ນະ​ຜູ່​ແທນ​ມາ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເທື່ອ​ນີ້​ຢ່າງ​ວ່ອງ​ໄວ,​ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​ແລະ​ມີ​ຄວາມ​ຮັກ​ແພງ​ຕໍ່​ປະ​ຊາ​ຊົນ​ຈີນ,​ຈີນ​ສະ​ແດງ​ຄວາມ​ຂອບ​ໃຈ​ແລະ​ຍິນ​ດີ​ຕ້ອນ​ຮັບ.

ທ່ານ​ໂຈ່​ວຢົງ​ຄ່າງ​ຊີ້​ອອກ​ວ່າ,ຜ່ານ​ການ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ຝ່າຍ​ຕ່າງໆ,​ປະ​ຈຸ​ບັນ​ນີ້,​ວຽກ​ງານ​ສືບ​ສວນ​ຄະ​ດີ​"5​ຕຸ​ລາ"​ນັ້ນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ສຳ​ຄັນ.​ຫວັງ​ວ່າ​ທຸກ​ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ປະ​ສານ​ງານ​ກັນ​ຕື່ມ​ອີກ,​ເພື່ອ​ສືບ​ສວນ​ຫາ​ຄວາມ​ເປັນ​ຂອງ​ຄະ​ດີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ