ນາ​ໂຕ​ສິ້ນສຸດ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຢູ່​ລີ​ບີ,​ລີ​ບີ​ເລີ່ມ​ເຂົ້າ​ສູ່​ຂະ​ບວນ​ການ​ປັບ​ປຸງ​ການ​ເມືອງ​ຄືນ​ໃໝ່

(GMT+08:00) 2011-11-01 11:47:24     cri

ຕອນ​ຄ່ຳ​ວັນ​ທີ31​ຕຸລາ​​ແລ້ວນີ້,ນາ​ໂຕ​ອອກ​ຖະ​ແຫຼງ​ການ​ວ່າ,​ການ​ເຄື່ອນ​ໄຫວ​ທາງ​ການ​ທະ ຫານ​ຢູ່​ລີ​ບີ​ເປັນ​ເວ​ລາ​7​ເດືອນ​ຂອງ​ນາ​ໂຕ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ເປັນ​ທາງ​ການ​ໃນ​ເວ​ລາ​ທ່ຽງ​ຄືນ​ຂອງ​ວັນ​ທີ​31​ຕຸ​ລາ​ຜ່ານ​ມາ.

ຕາມ​ຖະ​ແຫຼງການ,ຍົນ​ເຕືອນ​ໄພ​ທັງ​ໝົດ​ທີ່​ເຂົ້າຮ່ວມ​ການ​​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຈະ​ກັບ​ຄືນ​ສູ່​ຖານ​ທັບ​ອາ​ກາດ​ເກ​ເລັນ​ເຄີ​ເຊັນ​ຂອງ​ເຢຍ​ລະ​ມັນ.​ຍົນ​ສູ້​ຮົບ​ແລະ​ກຳ​ປັ່ນ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຈະ​ກັບ​ຄືນ​ແຕ່​ລະ​ປະ​ເທດ,​ແລະ​ບັນ​ຊາ​ໂດຍ​ຄົນ​ຈາກ​ປະ​ເທດ​ນັ້ນໆ.

ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ,"ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ"​ລີ​ບີ​​ໄດ້ຈັດການ​ປ່ອນ​ບັດ​ເລືອກ​ຕັ້ງ​ຢູ່​ນະ​ຄອນ​ຫຼວງ​ຕຼິ​ໂປ​ລີ,​ແລະ​ໄດ້​ເລືອກ​ຕັ້ງ​ໃຫ້​ທ່ານ​ອັບ​ເດວ ຣາ​ຮິມ ອານ ​ເຄບ​ເປັນ​ປະ​ທານ​ຜູ່​ໃໝ່​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ຊົ່ວ​ຄາວ​ແຫ່ງ​ຊາດ.​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ເວ​ລາ​ຕໍ່​ມາ,​ທ່ານ​ເຄບ​ກ່າວ​ວ່າ,​ການ​ເລືອກ​ຕັ້ງ​ເທື່ອ​ນີ້​ໝາຍ​ຄວາມ​ວ່າ ລີ​ບີ​ໄດ້​ຢ່ວງ​ບາດ​ກ້າວ​ທຳ​ອິດ​ເຂົ້າ​ສູ່​ຂະ​ບວນ​ການ​ປັບ​ປຸງ​ທາງ​ການ​ເມືອງ​ຄື​ນ​ໃໝ່.​ທ່ານ​ຈະ​ປຶກ​ສາ​ຫາ​ລື​ກັບ​ຝ່າຍ​ຕ່າງໆ​ກ່ຽວ​ກັບ​ສະ​ມາ​ຊິກ​ຂອງ​ລັດ​ຖະ​ບານ​ຊົ່ວ​ຄາວ​ໃນ​ສອງ​ອາ​ທິດ​ຂ້າງ​ໜ້າ,​ວຽກ​ງານ​ຈຸດ​ສຸມ​ໃນ​ຕໍ່​ໜ້າ​ນີ້​ຈະ​ແມ່ນ​ການ​ເກັບ​ຄືນ​ອາ​ວຸດ​ທີ່​ແຈກ​ຢາຍ​ໃຫ້​ປະ​ຊາ​ຊົນ​ຢູ່​ແຫ່ງ​ຕ່າງໆ,​ຊອກ​ຫາ​ຜູ່​ຫາຍ​ສາບ​ສູນ,​ບັນ​ລຸ​ຄວາມ​ປອງ​ດອງ​ແຫ່ງ​ຊາດ​ແລະ​ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ລີ​ບີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ