ຈີນ​ໄດ້​ຍື່ນເອກະສານ​ອະນຸມັດ"ອະນຸ​ສັນຍາ​ສະບັບປັບປຸງ​ເທື່ອ​ທີ3ຂອງ​ສົນ​ທິສັນຍາ​ໄມຕີ​ຈິດ​ແລະການ​ຮ່ວມ​ມື​ອາຊີຕາ​ເວັນ​ອອກສຽງ​ໃຕ້"​ໃຫ້​ກອງ​ເລ​ຂາ​ອາ​ຊຽນ

(GMT+08:00) 2011-11-02 18:47:43     cri

ຕາມ​ຂ່າວສານ​ຈີນ:ວັນ​ທີ1 ພະຈິກ​ນີ້,ທ່ານວາງ​ຈີນ​ເຟິ່ງ ທີ່​ເປິກສາຫ້ອງການ​ວຽກ​ງານ​ອາຊຽນຂອງ​ສະຖານທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ໄດ້ຍື່ນເອກະສານ​ອະນຸມັດ"ອະນຸ​ສັນຍາສະບັບ​ປັບປຸງ​ເທື່ອ​ທີ3ຂອງ​ສົນ​ທິສັນຍາ​ໄມຕີ​ຈິດ​ແລະການ​ຮ່ວມ​ມື​ອາຊີຕາ​ເວັນ​ອອກສຽງ​ໃຕ້"​ໃຫ້​ທ່ານ​​​ໄຊ​ຍະ​ການ ສີ​ສຸ​ວົງ ຮອງ​ເລຂາທິການ​ໃຫຍ່​ອາ​ຊຽນ.

ທ່ານ​ວາງ​ຈີນ​ເຟິ່ງກ່າວ​ວ່າ,​ໃນ​ຖານະທີ່​ເປັນ​ປະ​ເທດ​ໃຫຍ່ຢູ່​ນອກ​ອາ​ຊຽນທີ່​ເຂົ້າ​ຮ່ວມ"ສົນທິສັນຍາ​​ໄມຕີ​ຈິດ​ແລະການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້",ຈີນສຸມ​ກຳລັງ​ເຂົ້າ​ໃນ​ການ​ຮ່ວມ​ກັບ​ອາ​ຊຽນ​ເສີມຂະຫຍາຍການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ທີ່​​ເນັ້ນ​ໃສ່ສັນຕິພາບ​ແລະ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ,​ເດັດດ່ຽວສະໜັບສະໜູນ​ຖານະ​ນຳ​ພາຂອງ​ອາ​ຊີ​ໃນ​ການ​ຮ່ວມ​ມື​ກັບ​ອາ​ຊຽນຕາ​ເວັນ​ອອກ.ປີ​ນີ້​ແມ່ນ​ຈີນ​ກັບ​ອາ​ຊຽນສ້າງ​ຕັ້ງ​ສາຍພົວພັນ​ຄູ່​​ເຈລະຈາ​ຄົບຮອບ20ປີ​ທັງ​ເປັນ​ປີ​ແລກປ່ຽນ​ໄມຕີ​ຈິດມິດຕະພາບ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ,ຈີນ​ຍິນດີຮ່ວມ​ມື​ກັບ​ອາ​ຊຽນ,ພັດທະນາ​ຮ່ວມ​ກັນ,​​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ດີ,​ເພື່ອນ​ມິດ​ທີ່​ດີ,ຄູ່​ຮ່ວມ​ມືທີ່​ດີ​ຂອງ​ອາ​ຊຽນຕະຫຼອດ​ໄປ.

ທ່ານ​​ໄຊ​ຍະ​ການ ສີ​ສຸ​ວົງ​ກ່າວ​ວ່າ, ​ຂອບ​ໃຈ​ຈີນ​​ທີ່​ໃຫ້​ຄວາມ​ສຳຄັນ​ແລະ​ສະໜັບສະໜູນ​ການສ້າງສາປະຊາ​ຄົມ​ອາ​ຊຽນແລະ​ບົດ​ບາດ​ນຳ​ພາຂອງ​ອາຊຽນ​ໃນ​ວຽກ​ງານພາກ​ພື້ນ.ອາ​ຊຽນຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ຈີນ,ຊຸກຍູ້​ສັນຕິພາບ,​ມິດຕະພາບແລະ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ