ຈີນ​ອິນ​ເດຍ​ເຕືອນ​ໃຫ້​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດ້ານ​ດິນ​ຟ້າ​ອາ​ກາດ

(GMT+08:00) 2011-11-02 12:14:31     cri
ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ກ່ຽວ​ກັບ​ການ​ປ່ຽນ​ແປງດ້ານດິນ​ຟ້າ​ອາກາດ​ຄັ້ງ​ທີ​9​ລະ​ຫວ່າງ​ຈີນ,​ອິນ​ເດຍ,​ເບຼ​ຊິນ​ແລະ​ອາ​ຟຼິກ​ກາ​ໃຕ້​ໄດ້​ອັດ​ລົງ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ​1​ພະ​ຈິກ​ນີ້.​ພາຍ​ຫຼັງ​ກອງ​ປະ​ຊຸມ,​ຜູ່​ແທນ​ຈາກ​4​ປະ​ເທດ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ,​ກ່າວ​ຢ້ຳ​ວ່າ​ຈະ​ອອກ​ແຮງ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ອາ​ຟຼິກ​ກາ​ໃຕ້​ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ ກາດ​ຢູ່​ເດີ​ບານ​ໃນ​ທ້າຍ​ປີ​ນີ້,​ເຕືອນ​ໃຫ້​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ໃຫ້​ຮັບ​ພາ​ລະ​ໜ້າ​ທີ່​ໃນ​ປະ​ຫວັດ​ສາດ,​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ,​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ຫຼາຍ​ດ້ານ,​ຄື​ເງິນ​ທຶນ​ແລະ​ເຕັກ​ນິກ​ດັ່ງ​ນີ້​ເປັນ​ຕົ້ນ.

ຖະ​ແຫຼງການ​ຊີ້​ອອກ​ວ່າ,ປະ​ເທດທີ່​ເຊັນ​ສັນຍາ​ຊຶ່ງ​ເປັນ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ຄວນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ລະ​ອຽດ​ເຖິງ​ປະ​ລິ​ມານ,​ປະ​ເທດ​ທີ່​ບໍ່​ໄດ້​ເຊັນ​ສົນ​ທິ​ສັນ​ຍາ​ແລະ​ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດ້ານ​ດິນ​ຟ້າ ອາ​ກາດ​ນັ້ນ​ຄວນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ລະ​ອຽດ​ເຖິງ​ປະ​ລິ​ມານ ຊຶ່ງ​ຈະ​ສາ​ມາດ​ປຽບ​ທຽບ​ໄດ້.

ລັດຖະມົນຕີ​ຂອງ4​ປະ​ເທດ​ຍັງ​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ປະ​ຕິ​ບັດ​ຄຳ​ໝັນ​ສັນ​ຍາ​ຂອງ​ຕົນ​ທີ່​ກຳ​ນົດ​ອອກ​ໃນ​ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດ້ານ​ດິນ​ຟ້າ​ອາ ກາດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ທີ່​ໂກ​ເປັນ​ຮັກ ຄື ສະ​ໜອງ​ເງິນ​ທຶນ​30​ຕື້​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ເປີດ​ໂຄງ​ການ,​ຮັບ​ປະ​ກັນ​ໃນ​ການ​ສະ​ໜອງ​ເງິນ​ທຶນ​ຕ່າງ​ຫາກ​ອັນ​ໃໝ່,​ແລະ​ຈະ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ວ່າ​ເມື່ອ​ຮອດ​ປີ​2020​ຈະ​ສະ​ໜອງ​ເງິນ​ທຶນ​ປີ​ລະ​100​ຕື້​ໂດ​ລາ​ສະ​ຫະ​ລັດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ